lo_job_tn_l3/18/12.txt

22 lines
3.5 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ບິນດັດສືບຕໍ່ບັນຍາຍເຖິງຄົນຊົ່ວ."
},
{
"title": "ຄວາມມັ່ງຄັ່ງຂອງ​ເຂົາ​ຈະຫັນໄປສູ່ຄວາມຫິວໂຫຍ",
"body": "ນີ້ເວົ້າກ່ຽວກັບຄົນຊົ່ວຮ້າຍທີ່ກຳລັງກາຍເປັນຄົນຍາກຈົນ ແລະຫິວໂຫຍຄືກັບວ່າຄວາມຮັ່ງມີຂອງເຂົາແມ່ນບາງສິ່ງບາງຢ່າງທີ່ຫັນໄປເປັນສິ່ງອື່ນ. ອາດຈະແປໄດ້ອີກວ່າ: \"ແທນທີ່ຈະເປັນຄົນຮັ່ງມີ, ເຂົາຈະກາຍເປັນຄົນຍາກຈົນ ແລະຫິວໂຫຍ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": " ແລະ​ພັຍ­ພິ­ບັດຈະພ້ອມທີ່ດ້ານຂ້າງຂອງ​ເຂົາ",
"body": "ວະລີທີ່ວ່າ \"ພ້ອມທີ່ຈະຢູ່ຂ້າງເຂົາ\" ແມ່ນຄຳເວົ້າທີ່ຫມາຍ ຄວາມວ່າມີບາງສິ່ງບາງຢ່າງຢູ່ຕະຫລອດເວລາ. ອາດຈະແປໄດ້ອີກວ່າ: \"ແລະເຂົາຈະປະສົບກັບໄພພິບັດຢ່າງຕໍ່ເນື່ອງ\" ຫລື \"ແລະເຂົາຈະບໍ່ສາມາດຫລີກລ້ຽງໄພພິບັດ\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "ອະໄວຍະວະຕ່າງໆຂອງຮ່າງກາຍຂອງເຂົາ ​ຈະຖືກກັດ​ກິນ",
"body": "ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ພ້ອມກັນນີ້, ນີ້ເວົ້າເຖິງພະຍາດທີ່ທຳລາຍຮ່າງກາຍຂອງເຂົາຄືກັບວ່າມັນແມ່ນສັດທີ່ທຳຮ້າຍເຂົາ ແລະ ກຳລັງກິນເຂົາຢູ່. ອາດຈະແປໄດ້ອີກວ່າ: \"ພະຍາດຈະກິນໄປຕາມຜິວຫນັງຂອງເຂົາ\" ຫລື \"ພະຍາດຈະທຳລາຍຜິວຂອງເຂົາ\" (ເບິ່ງເພີ່ມເຕີມ: figs_activepassive ແລະ figs_metaphor)"
},
{
"title": "ລູກ­ກົກ​ຂອງ​ຄວາມ​ຕາຍ​ຈະ​ກັດກິນອະໄວຍະວະທັງຫລາຍຂອງເຂົາ​",
"body": "ນີ້ແມ່ນພະຍາດທີ່ເຮັດໃຫ້ຄົນຈຳນວນຫລາຍຕາຍ ຊຶ່ງເອີ້ນວ່າ \"ລູກຊາຍກົກຂອງຄວາມຕາຍ.\" ສິ່ງນີ້ເວົ້າເຖິງພະຍາດທີ່ທຳ ລາຍຮ່າງກາຍຂອງເຂົາຄືກັບວ່າມັນແມ່ນສັດທີ່ທຳຮ້າຍເຂົາແລະ ກຳລັງກິນລາວ. ອາດຈະແປໄດ້ອີກວ່າ: \"ພະຍາດທີ່ເປັນອັນຕະລາຍຈະທຳລາຍສ່ວນຕ່າງໆຂອງຮ່າງກາຍຂອງເຂົາ\" (ເບິ່ງເພີ່ມເຕີມ: figs_metaphor)"
}
]