lo_job_tn_l3/05/04.txt

30 lines
3.0 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ຂໍ້ພຣະຄຳເຫລົ່ານີ້ຍັງສືບຕໍ່ນຳໃຊ້ການຂະຫນານໃນກ່ອນຫນ້ານີ້, ໃນທີ່ນີ້ເນັ້ນຫນັກວິທີການແຕກຕ່າງໃນແນວຄິດທີ່ວ່າເດັກນ້ອຍຂອງຄົນໂງ່ບໍ່ເຄີຍປອດໄພ. (ເບິ່ງເພີ່ມເຕີມ: figs_parallelism)"
},
{
"title": "ບັນດາ­ລູກ­ຫລານ​ຂອງ​ລາວຢູ່ຫ່າງໄກຈາກ​ຄວາມ​ປອດ­ພັຍ",
"body": "\"ຂອງລາວ\" ຫມາຍເຖິງຄົນໂງ່ ຫລືຄົນໂງ່ໃນຂໍ້ 5: 1. ອາດແປໄດ້ອີກວ່າ: \"ລູກຂອງພວກເຂົາບໍ່ເຄີຍປອດໄພ\""
},
{
"title": "ກະບົດບີບ",
"body": "ໃນທີ່ນີ້ຖືກກະບົດຂ້ຽນຕີຫມາຍເຖິງການຖືກກົດຂີ່ຂູດຮີດ, ເອົາປຽບໃນສານ. ຄວາມຄິດນີ້ອາດຈະຖືກນຳໄປໃສ່ໃນຮູບແບບການກະທຳ.ອາດແປໄດ້ອີກວ່າ: \"ຜູ້ໃດຜູ້ຫນຶ່ງບີບພວກເຂົາ\" (ເບິ່ງ: figs_metaphor ແລະ figs_activepassive)"
},
{
"title": "ປະຕູເມືອງ",
"body": "ປະຕູເມືອງ, ຊຶ່ງປະຕິບັດຫນ້າທີ່ເປັນສານ, ເປັນສະຖານທີ່ໆມີການແກ້ໄຂຂໍ້ຂັດແຍ່ງ ແລະບ່ອນທີ່ມີການຕັດສິນ."
},
{
"title": " ​ບໍ່­ມີ​ໃຜ​ຊ່ວຍກູ້ພວກເຂົາໄດ້",
"body": "\"ບໍ່ມີໃຜຊ່ວຍເດັກນ້ອຍທີ່ໂງ່ຈ້າອອກຈາກຄວາມຍາກລຳບາກ\""
},
{
"title": "ພວກເຂົາເກັບພືດຜົນແມ້ແຕ່ເມັດທີ່ຕົກທ່າມກາງພຸ່ມ​ຫນາມ",
"body": "ບາງທີອາດຫມາຍເຖິງພາກສ່ວນຕ່າງໆຂອງທົ່ງນາທີ່ມີພືດທີ່ຮ້າຍແຮງທີ່ສຸດ, ເພາະວ່າພືດທີ່ມີຫນາມ."
},
{
"title": "ຄົນທີ່ຫິວກະຫາຍ ­ກໍປາຖະຫນາຄວາມຫມັ້ນຄົງຂອງພວກເຂົາ",
"body": "ໃນທີ່ນີ້ຄົນທີ່ໂງ່ຖືກເວົ້າເຖິງວ່າພວກເຂົາຫິວນໍ້າ, ແລະຄວາມຮັ່ງມີຂອງຄົນໂງ່ກໍ່ຖືກເວົ້າເຖິງຄືກັບວ່າມັນເປັນສິ່ງທີ່ພວກເຂົາສາມາດດື່ມ."
}
]