lo_job_tn_l3/13/03.txt

22 lines
3.2 KiB
Plaintext

[
{
"title": "ຂ້ານ້ອຍ​ປາ­ຖະ­ຫນາໃຫ້ເຫດຜົນຕໍ່​​ພຣະ­ເຈົ້າ",
"body": "ເພື່ອນຂອງໂຢບກຳລັງຕັດສິນລາວ, ແຕ່ພວກເຂົາບໍ່ເວົ້າຄວາມຈິງ. ໂຢບຈະໂຕ້ຖຽງກັບພຣະເຈົ້າຜູ້ດຽວກ່ຽວກັບການຮ້ອງທຸກຂອງລາວ."
},
{
"title": "ເຈົ້າຈະປ້າຍສີຄວາມຈິງ​ດ້ວຍ​ການ​ຂີ້­ຕົວະ",
"body": "ການໃສ່ປູນຂາວ ຫລື ໂບກປູນສີຂາວໃສ່ຄວາມຈິງແມ່ນຫມາຍເຖິງການບໍ່ສົນໃຈຄວາມຈິງ. ອາດຈະແປອີກວ່າ: \"ເຈົ້າປິດບັງຄວາມຈິງດ້ວຍຄຳຂີ້ຕົວະ\" ຫລື \"ເຈົ້າຂີ້ຕົວະ ແລະບໍ່ສົນໃຈຄວາມຈິງ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ພວກເຈົ້າ​ທັງຫລາຍເປັນ​ແພດ​ທີ່​ໃຊ້​ບໍ່­ໄດ້",
"body": "ການເປັນຫມໍຫມາຍເຖິງເປັນຄົນທີ່ປອບໂຍນແກ່ຄົນອື່ນ. ການບໍ່ມີຄຸນຄ່າຫມາຍຄວາມວ່າ ພວກເຂົາບໍ່ຮູ້ວິທີທີ່ຈະເຮັດໃນສິ່ງທີ່ພວກເຂົາຄວນເຮັດ. ອາດຈະແປອີກວ່າ: \"ເຈົ້າທຸກຄົນເປັນຫມໍທີ່ບໍ່ຮູ້ວິທີປິ່ນປົວຄົນອື່ນ\" ຫລື \"ເຈົ້າທັງຫມົດປອບໂຍນຂ້ອຍ, ແຕ່ເຈົ້າບໍ່ຮູ້ວິທີ, ຄືກັບແພດທີ່ບໍ່ມີທັກສະ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ຢຶດຫມັ້ນໃນສັນຕິຂອງພວກເຈົ້າ",
"body": "ສຳນວນນີ້ຫມາຍຄວາມວ່າ \"ງຽບ\" ຫລື \"ຢຸດເວົ້າ.\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "ນັ້ນ​ຈະ​ເປັນ​ສະ­ຕິ­ປັນ­ຍາ​ຂອງ​ພວກເຈົ້າ",
"body": "ພວກເຂົາຄິດວ່າພວກເຂົາກຳລັງເວົ້າສິ່ງທີ່ມີປັນຍາ, ແຕ່ໂຢບເວົ້າວ່າພວກເຂົາຈະສະຫລາດ ຖ້າພວກເຂົາຈະຢຸດເວົ້າ. ຄຳ ນາມທີ່ບໍ່ມີຕົວຕົນ \"ສະຕິປັນຍາ\" ສາມາດສະແດງອອກດ້ວຍຄຳ ວ່າ \"ປັນຍາ\". ອາດະແປອີກວ່າ: \"ຖ້າທ່ານຢາກເຮັດສິ່ງນັ້ນ, ທ່ານຈະສະຫລາດ\" ຫລື \"ຖ້າທ່ານຕ້ອງຢຸດເວົ້າ, ທ່ານຈະສະຫລາດ\" (ເບິ່ງເພີ່ມເຕີມ: figs_abstractnouns)"
}
]