lo_job_tn_l3/28/20.txt

26 lines
4.2 KiB
Plaintext

[
{
"title": "ແລ້ວສະຕິປັນຍາມາຈາກ​ໃສ? ສະຖານທີ່ຂອງ​ຄວາມ​ເຂົ້າ­ໃຈ​ຢູ່​ທີ່​ໃດຫລື?",
"body": "ໂຢບໃຊ້ຄຳຖາມເຫລົ່ານີ້ເພື່ອແນະນຳ ວິທີທີ່ຄົນເຮົາມີສະຕິປັນຍາ ແລະຄວາມເຂົ້າໃຈ. ອາດຈະແປໄດ້ອີກວ່າ: \"ຂ້ອຍຈະບອກເຈົ້າວ່າສະຕິປັນຍາມາຈາກໃສ ແລະຄວາມເຂົ້າໃຈແມ່ນມາຈາກໃສ?\" ຫລື \"ຂ້ອຍຈະບອກເຈົ້າວິທີທີ່ຈະສະຫລາດ ແລະວິທີການຮຽນຮູ້ທີ່ຈະເຂົ້າໃຈສິ່ງຕ່າງໆ\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ແລ້ວສະຕິປັນຍາມາຈາກ​ໃສ?",
"body": "ສະຕິປັນຍາຖືກເວົ້າເຖິງວ່າມັນຢູ່ໃນສະຖານທີ່ໃດຫນຶ່ງ ແລະມາສູ່ຄົນ. ການມາຂອງມັນເປັນຕົວແທນໃຫ້ຄົນເຮົາສະຫລາດ. ອາດຈະແປໄດ້ອີກວ່າ: \"ຫລັງຈາກນັ້ນຜູ້ຄົນຈະໄດ້ຮັບສະຕິປັນຍາ\" ຫລື \"ຫລັງຈາກນັ້ນຄົນເຮົາຈະສະຫລາດໄດ້ແນວໃດ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ສະຖານທີ່ຂອງ​ຄວາມ​ເຂົ້າ­ໃຈ​ຢູ່​ທີ່​ໃດຫລື?",
"body": "ຄວາມເຂົ້າໃຈໄດ້ຖືກກ່າວເຖິງຄືກັບວ່າມັນຢູ່ໃນສະຖານທີ່. ອາດຈະແປໄດ້ອີກວ່າ: \"ຄົນເຮົາເຂົ້າໃຈບ່ອນໃດ\" ຫລື \"ວິທີທີ່ຄົນຈະຮຽນຮູ້ທີ່ຈະເຂົ້າໃຈສິ່ງຕ່າງໆ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ສະຕິປັນຍານັ້ນ​ທີ່​ເຊື່ອງ​ພົ້ນ​ຈາກ​ດວງຕາທັງຫລາຍ​ຂອງ​ສິ່ງ​ທີ່​ມີ­ຊີ­ວິດທັງຫມົດ",
"body": "ນີ້ສະແດງເຖິງສິ່ງມີຊີວິດທີ່ບໍ່ສາມາດເບິ່ງເຫັນປັນຍາໄດ້. ມັນສາມາດຖືກສະແດງອອກໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: \"ບໍ່ມີສິ່ງທີ່ມີຊີວິດສາມາດເບິ່ງເຫັນສະຕິປັນຍາ\" (ເບິ່ງເພີ່ມເຕີມ: figs_metonymy ແລະ figs_activepassive)"
},
{
"title": "ແລະ​ປິດ­ບັງ​ໄວ້​ຈາກບັນດາ​ນົກ​ແຫ່ງທ້ອງຟ້າ",
"body": "ນີ້ສະແດງເຖິງນົກທີ່ບໍ່ສາມາດເບິ່ງເຫັນປັນຍາ. ສິ່ງນີ້ສາມາດສະແດງອອກໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: \"ແລະແມ່ນແຕ່ນົກທີ່ບິນໃນທ້ອງຟ້າກໍ່ບໍ່ສາມາດເບິ່ງເຫັນປັນຍາ\" (ເບິ່ງເພີ່ມເຕີມ: figs_activepassive)"
},
{
"title": "ການທຳລາຍ ແລະຄວາມຕາຍເວົ້າວ່າ",
"body": "ນີ້ແມ່ນ \"ການທຳລາຍ\" ແລະ \"ຄວາມຕາຍ\" ແມ່ນຄຳອຸປະກອນ ສຳລັບສະຖານທີ່ໆ ຄົນໄປຫາເມື່ອຄົນເຮົາຕາຍ. ພວກເຂົາຖືກເວົ້າເຖິງຄືກັບວ່າພວກເຂົາເປັນຄົນທີ່ສາມາດເວົ້າໄດ້. (ເບິ່ງເພີ່ມເຕີມ: figs_activepassive ແລະ figs_personification)"
}
]