lo_job_tn_l3/24/24.txt

30 lines
3.9 KiB
Plaintext

[
{
"title": "ປະໂຫຍກເຊື່ອມຕໍ່:",
"body": "ນີ້ເປັນການສະຫລຸບຄຳເວົ້າຂອງໂຢບ."
},
{
"title": "ພວກເຂົາຈະຖືກນຳລົງໄປທີ່ຕໍ່າ",
"body": "ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: \"ພຣະເຈົ້າຈະເຮັດໃຫ້ພວກເຂົາຕໍ່າ\" ຫລື \"ພຣະເຈົ້າຈະທໍາລາຍພວກເຂົາ\" (ເບິ່ງເພີ່ມເຕີມ: figs_activepassive)"
},
{
"title": "ພວກ­ເຂົາຈະ​ຖືກ​ຮວບຮວມເຫມືອນກັບຄົນອຶ່ນໆ ທັງຫມົດ",
"body": "ການແປບາງສະບັບແມ່ນອີງໃສ່ເນື້ອໃນຕົ້ນສະບັບທີ່ແຕກຕ່າງກັນ, ຊຶ່ງເວົ້າວ່າ \"ພວກມັນຫ່ຽວແຫ້ງ ແລະຫລົ່ນລົງເຊັ່ນຫຍ້າ.\" (ເບິ່ງເພີ່ມເຕີມ translate_textvariants)"
},
{
"title": "ພວກ­ເຂົາຈະ​ຖືກ​ຮວບຮວມເຫມືອນກັບຄົນອຶ່ນໆ ທັງຫມົດ",
"body": "ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ສິ່ງທີ່ \"ຄົນອື່ນ\" ຫມາຍເຖິງສາມາດຖືກກ່າວຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: \"ພຣະເຈົ້າຈະລວບລວມພວກເຂົາໃນຂະນະທີ່ພຣະອົງລວບລວມຄົນຊົ່ວອື່ນໆ\" ເບິ່ງເພີ່ມເຕີມ: figs_activepassive ແລະ figs_explicit)"
},
{
"title": "ພວກເຂົາຈະຖືກຕັດ​ອອກໄປ​ເຫມືອນ​ກັບ​ຮວງ​ເຂົ້າ",
"body": "ຄົນຊົ່ວຮ້າຍເຫລົ່ານີ້ຈະຖືກຕັດອອກໃນແບບດຽວກັນກັບຮວງຂອງເມັດພືດໃນລະຫວ່າງການເກັບກ່ຽວ. ນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: \"ພຣະເຈົ້າຈະຕັດພວກມັນອອກຄືກັບຊາວນາຕັດຮວງເຂົ້າ\" (ເບິ່ງເພີ່ມເຕີມ: figs_simile ແລະ figs_activepassive)"
},
{
"title": "ຖ້າຫາກມັນບໍ່ເປັນເຊັ່ນນັ້ນແລ້ວ, ໃຜທີ່ສາມາດ​ຈະ​ພິ­ສູດ​ໄດ້​ວ່າ​ ຂ້ານ້ອຍ​ຂີ້­ຕົວະ; ໃຜທີ່ສາມາດ​ເຮັດໃຫ້ຄຳເວົ້າຂອງຂ້ານ້ອຍບໍ່­ມີ​ປະ­ໂຫຍດ?",
"body": "ໂຢບໃຊ້ ຄຳຖາມນີ້ເພື່ອສະແດງຄວາມແນ່ນອນຂອງການໂຕ້ຖຽງຂອງລາວ. ຄຳຕອບທີ່ສົມເຫດສົມຜົນແມ່ນ: \"ບໍ່ມີໃຜ.\" ອາດຈະແປໄດ້ອີກວ່າ: \"ນີ້ແມ່ນຄວາມຈິງ, ແລະບໍ່ມີໃຜສາມາດພິສູດວ່າຂ້ານ້ອຍເປັນຄົນຕົວະ; ບໍ່ມີໃຜສາມາດພິສູດວ່າຂ້ານ້ອຍຜິດ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "​ເຮັດໃຫ້ຄຳເວົ້າຂອງຂ້ານ້ອຍບໍ່­ມີ​ປະ­ໂຫຍດ",
"body": "\"ພິສູດສິ່ງທີ່ຂ້ານ້ອຍເວົ້າແມ່ນຜິດ\""
}
]