lo_job_tn_l3/22/23.txt

30 lines
3.5 KiB
Plaintext

[
{
"title": "ຂໍ້ມູນເຊື່ອມຕໍ່:",
"body": "ເອລີຟັດສືບຕໍ່ເວົ້າກັບໂຢບ."
},
{
"title": "ເຈົ້າຈະໄດ້ຮັບການສ້າງຂຶ້ນໃຫມ່",
"body": "ເອລີຟັດປຽບທຽບການບູລະນະຂອງໂຢບ ກັບການປຸກສ້າງເຮືອນທີ່ລົ້ມລົງມາ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: \"ພຣະອົງຈະຮັກສາເຈົ້າ ແລະເຮັດໃຫ້ເຈົ້າຈະເລີນຮຸ່ງເຮືອງອີກເທື່ອຫນຶ່ງ\" (ເບິ່ງເພີ່ມເຕີມ: figs_metaphor ແລະ figs_activepassive)"
},
{
"title": "ຖ້າຫາກເຈົ້າເອົາຄວາມອະທັມໄວ້ຫ່າງໄກຈາກເຕັນຂອງເຈົ້າ",
"body": "ຄວາມອະທັມທີ່ນີ້ຖືກສະແດງໃຫ້ເຫັນວ່າເປັນບຸກຄົນທີ່ອາໄສຢູ່ໃນເຕັນຂອງໂຢບ ຜູ້ທີ່ຕ້ອງຖືກໂຍກຍ້າຍອອກ. ອາດຈະແປໄດ້ອີກວ່າ: \"ຖ້າເຈົ້າແລະທຸກຄົນໃນເຮືອນຂອງເຈົ້າເຊົາເຮັດບາບ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ວາງຊັບສົມບັດຂອງເຈົ້າ​ລົງໃນ​ຂີ້­ຝຸ່ນ​ດິນ",
"body": "ການຈັດວາງຊັບສົມບັດໄວ້ໃນຂີ້ຝຸ່ນ ແມ່ນການປະຕິບັດຕໍ່ສິ່ງທີ່ບໍ່ສຳຄັນ. ອາດຈະແປໄດ້ອີກວ່າ: \"ພິຈາລະນາຄວາມຮັ່ງມືຂອງເຈົ້າວ່າ ບໍ່ສຳຄັນຄືກັບຂີ້ຝຸ່ນ\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "​ຄຳຂອງ​ເມືອງ​ໂອ­ຟີທ່າມກາງບັນດາ​ຫີນ​ໃນ​ແມ່­ນ້ຳທັງຫລາຍ",
"body": "ການໃສ່ຄຳລົງໃນກະແສນໍ້າ ແມ່ນການປະຕິບັດຕໍ່ສິ່ງນັ້ນບໍ່ໃຫ້ຄ່າຫຍັງເລີຍຫລາຍໄປກວ່າກ້ອນຫີນ.ອາດຈະແປໄດ້ອີກວ່າ: \"ຄຳຂອງເຈົ້າບໍ່ມີຄ່າຄືກັບກ້ອນຫີນໃນສາຍນໍ້າ\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "​ເມືອງ​ໂອ­ຟີ",
"body": "ນີ້ແມ່ນຊື່ຂອງພາກພື້ນທີ່ມີຊື່ສຽງສຳລັບຄຳ. (ເບິ່ງເພີ່ມເຕີມ: translate_names)"
},
{
"title": "​​ອົງ​ມີ​ຣິດທານຸພາບ​ຈະ​ເປັນຊັບສົມບັດຂອງເຈົ້າ, ເປັນເງິນອັນລໍ້າຄ່າແກ່ເຈົ້າ",
"body": "ນີ້ຫມາຍຄວາມວ່າພຣະເຈົ້າຊົງມີຄ່າສຳລັບໂຢບຫລາຍກວ່າຊັບສົມບັດໃດໆ. (ເບິ່ງເພີ່ມເຕີມ: figs_metaphor)"
}
]