lo_job_tn_l3/19/25.txt

34 lines
5.0 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ໂຢບເວົ້າກັບເພື່ອອນສາມຄົນຂອງລາວ."
},
{
"title": "ຜູ້ໄຖ່ຂ້ານ້ອຍ ",
"body": "ທີ່ນີ້ “ຜູ້ໄຖ່” ຫມາຍເຖິງບຸກຄົນທີ່ຈະຊ່ວຍກູ້ໂຢບໂດຍການພິສູດຄວາມບໍລິສຸດຂອງໂຢບ, ຄືນກຽດຕິຍົດຂອງລາວ, ແລະໃຫ້ຄວາມຍຸຕິທຳແກ່ລາວ. ອາດຈະແປໄດ້ອີກວ່າ: \"ຜູ້ປົກປ້ອງຂອງຂ້ານ້ອຍ\""
},
{
"title": "ພຣະອົງຈະຊົງຢືນຢູ່ເທິງແຜ່ນດິນໂລກໃນທີ່ສຸດ",
"body": "ນີ້ຫມາຍເຖິງການຢືນຢູ່ຕໍ່ຫນ້າສານ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຜູ້ໄຖ່ຈະເປັນຄົນສຸດທ້າຍທີ່ຈະເວົ້າໃນສານ. ອາດຈະແປໄດ້ອີກວ່າ: \"ພຣະອົງຈະຕັດສິນວ່າຂ້ອຍມີຄວາມຜິດ ຫລື ບໍ່\" ຫລື 2) ຜູ້ໄຖ່ຈະຢືນຢູ່ໃນສານສຸດທ້າຍນີ້ເພື່ອປ້ອງກັນໂຢບ. ອາດຈະແປໄດ້ອີກວ່າ: \"ໃນທີ່ສຸດພຣະອົງຈະປ້ອງກັນຂ້ານ້ອຍໃນສານ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ຫລັງຈາກທີ່ຜິວຫນັງຂອງຂ້ານ້ອຍ...ຖືກທຳລາຍໄປແລ້ວ",
"body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນສິ່ງນີ້ຫມາຍເຖິງ 1) ຮ່າງກາຍຂອງລາວຖືກທຳລາຍຍ້ອນພະຍາດ ຫລື 2) ຮ່າງກາຍຂອງລາວຊຸດໂຊມພາຍຫລັງທີ່ລາວຕາຍ."
},
{
"title": "ໃນຊີ້ນຫນັງຂອງຂ້ານ້ອຍ ຂ້ານ້ອຍ​ຈະ​ເຫັນ​ພຣະ­ເຈົ້າ",
"body": "ເນື້ອຫນັງຂອງພຣະອົງເປັນຕົວແທນຂອງຮ່າງກາຍຂອງລາວ, ແລະ \"ໃນເນື້ອຫນັງຂອງຂ້ານ້ອຍ\" ເປັນຕົວແທນໃຫ້ມີຊີວິດ. ອາດຈະແປໄດ້ອີກວ່າ: \"ໃນຂະນະທີ່ຂ້ານ້ອຍອາໄສຢູ່ໃນຮ່າງກາຍຂອງຂ້ານ້ອຍ, ຂ້ານ້ອຍຈະເຫັນພຣະເຈົ້າ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ດ້ວຍ​ຕາ​ຂ້ານ້ອຍ​ເອງ- ແລະບໍ່ແມ່ນຄົນອື່ນ- ຈະເຫັນພຣະອົງ\n",
"body": "ວະລີທີ່ວ່າ \"ດວງຕາຂອງຂ້ອຍ\"ຫມາຍເຖິງໂຢບ. ວະລີທີ່ວ່າ \"ດວງຕາຂອງຂ້ອຍ\" ແລະ \"ແລະບໍ່ແມ່ນຄົນອື່ນ\" ເນັ້ນຫນັກ ວ່າໂຢບຈະເຫັນພະເຈົ້າແທ້ໆ. ມັນບໍ່ແມ່ນວ່າຄົນອື່ນຈະໄດ້ເຫັນພຣະເຈົ້າ ແລະບອກໂຢບກ່ຽວກັບພຣະອົງ. (ເບິ່ງເພີ່ມເຕີມ: figs_synecdoche)"
},
{
"title": "ຫມາກໄຂ່ຫລັງຂອງຂ້ານ້ອຍແຕກສະຫລາຍພາຍໃນຂ້ານ້ອຍ.",
"body": "ຜູ້ຄົນຄິດວ່າຫມາກໄຂ່ຫລັງເປັນບ່ອນທີ່ສ້າງອາລົມ. ສະນັ້ນຫມາກໄຂ່ຫລັງທີ່ລົ້ມເຫລວສະແດງວ່າລາວມີອາລົມຫລາຍ. ອາດຈະແປໄດ້ອີກວ່າ: \"ຂ້ານ້ອຍມີຄວາມຮູ້ສຶກກ່ຽວກັບເລື່ອງນີ້ຫລາຍ\" ຫລື \"ຄວາມຮູ້ສຶກຂອງຂ້ານ້ອຍລົ້ນຂ້ານ້ອຍໃນຂະນະທີ່ຂ້ານ້ອຍຄິດກ່ຽວກັບເລື່ອງນັ້ນ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ຫມາກໄຂ່ຫລັງຂອງຂ້ານ້ອຍແຕກສະຫລາຍພາຍໃນຂ້ານ້ອຍ",
"body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1ໂຢບຮູ້ສຶກມີຄວາມຫວັງຫລາຍ, ຂອບໃຈ ແລະມີຄວາມສຸກ ຫລື 2) ໂຢບຮູ້ສຶກຫມົດ ຫວັງລໍຖ້າຈະເຫັນຜູ້ໄຖ່ຂອງລາວ. (ເບິ່ງເພີ່ມເຕີມ: figs_explicit)"
}
]