lo_job_tn_l3/17/01.txt

42 lines
5.2 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ໂຢບຍັງສືບຕໍ່ເວົ້າ."
},
{
"title": "ວິນຍານຂອງຂ້ານ້ອຍຖືກເຜົາຜານ",
"body": "ໂຢບຫມາຍເຖິງຕົນເອງໂດຍ \"ວິນຍານ\" ຂອງລາວເພື່ອເນັ້ນ ຫນັກອາລົມພາຍໃນຂອງລາວ. ລາວເວົ້າກ່ຽວກັບວ່າບໍ່ມີກຳລັງເຫລືອຄືກັບວ່າລາວເປັນສິ່ງທີ່ເຄີຍຖືກນຳໃຊ້ມາແລ້ວ. ອາດຈະແປໄດ້ອີກວ່າ: \"ຂ້ານ້ອຍໄດ້ສູນເສຍ\" ຫຼື \"ຂ້ານ້ອຍໄດ້ສູນເສຍກຳລັງທັງຫມົດຂອງຂ້ານ້ອຍ\" (ເບິ່ງເພີ່ມເຕີມ: figs_synecdoche ແລະ figs_metaphor)"
},
{
"title": "ວັນ​ທັງຫລາຍ​ຂອງ​ຂ້ານ້ອຍ​ກໍ​ຈົບ­ລົງ",
"body": "ໂຢບຫມາຍເຖິງຊີວິດຂອງລາວເປັນ \"ວັນເວລາ\" ຂອງລາວ. ອາດຈະແປໄດ້ອີກວ່າ: \"ເວລາຂອງຂ້ານ້ອຍຫມົດແລ້ວ\" ຫລື \"ຂ້ານ້ອຍຈະຕາຍໄວໆນີ້\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ຂຸມ​ຝັງ​ສົບກໍຕຽມພ້ອມສຳລັບຂ້ານ້ອຍ​ແລ້ວ",
"body": "ວະລີນີ້ບັນຍາຍເຖິງ \"ບ່ອນຝັງສົບ\" ຄືກັບວ່າເປັນບຸກຄົນທີ່ຈະໄດ້ຮັບງານໃນຖານະເປັນແຂກ. ອາດຈະແປໄດ້ອີກວ່າ: \"ໄວໆນີ້ຂ້ານ້ອຍຈະຕາຍ ແລະຖືກຝັງໄວ້\" (ເບິ່ງເພີ່ມເຕີມ: figs_personification)"
},
{
"title": "ແນ່ນອນເລີຍວ່າຈະຕ້ອງມີຄົນ​ທີ່​ເຍາະ­ເຍີ້ຍຂ້ານ້ອຍ",
"body": "\"ຄົນທີ່ຢູ່ອ້ອມຕົວຂ້ານ້ອຍກຳລັງເຍາະເຍີ້ຍຂ້ອຍ\""
},
{
"title": "ແນ່ນອນ",
"body": "\"ຢ່າງ​ແທ້​ຈິງ\""
},
{
"title": "ດວງຕາ​ຂອງ​ຂ້ານ້ອຍ ຕ້ອງ​ຈ້ອງເບິ່ງ",
"body": "ຫມາຍເຖິງຕົວເອງໂດຍ \"ຕາ\" ຂອງລາວເພື່ອເນັ້ນຫນັກໃສ່ສິ່ງທີ່ລາວເຫັນ. ອາດຈະແປໄດ້ອີກວ່າ: \"ຂ້ານ້ອຍຕ້ອງເບິ່ງສະເຫມີ \" ຫລື \"ຂ້ານ້ອຍຕ້ອງໄດ້ຍິນເລື້ອຍໆ\" (ເບິ່ງເພີ່ມເຕີມ: figs_synecdoche)"
},
{
"title": "ການນິນ­ທາ​ຂອງ​ພວກ­ເຂົາ",
"body": "\"ການດູຖູກຂອງພວກເຂົາ.\" ຄຳວ່າ \"ການນິນທາ\" ສາມາດສະແດງອອກເປັນຄຳກິລິຍາ. ອາດຈະແປໄດ້ອີກວ່າ: \"ພວກເຂົານິນທາຂ້ານ້ອຍ\" ຫລື \"ພວກເຂົາ, ພະຍາຍາມເຮັດໃຫ້ຂ້ານ້ອຍໂກດແຄ້ນ\" (ເບິ່ງເພີ່ມເຕີມ: figs_abstractnouns)"
},
{
"title": "ບັດນີ້, ຂໍຊົງສັນຍາ, ຂໍຊົງເປັນຜູ້ຄໍ້າ​ປະ­ກັນເພື່ອຂ້ານ້ອຍດ້ວຍຕົວຂອງພຣະອົງເອງເຖີດ",
"body": "ໂຢບເລີ່ມຕົ້ນເວົ້າກັບພຣະເຈົ້າ. ໃນນີ້ລາວເວົ້າເຖິງສະພາບຂອງລາວຄືກັບວ່າລາວຢູ່ໃນຄຸກ. ລາວກຳລັງຂໍໃຫ້ພຣະເຈົ້າໃຫ້ ຄຳຫນັ້ນສັນຍາເພື່ອລາວຈະຖືກປ່ອຍຕົວ. ອາດຈະແປໄດ້ອີກວ່າ: \"ພຣະເຈົ້າ, ຂໍໃຫ້ຄຳສັນຍາດຽວນີ້ເພື່ອຂ້ານ້ອຍຈະໄດ້ຮັບການປ່ອຍຕົວຈາກຄຸກນີ້\" ຫລື \"ຈ່າຍເງິນເພື່ອການປ່ອຍຕົວຂ້ານ້ອຍອອກຈາກຄຸກ\" (ເບິ່ງ້ພີມເຕີມ: figs_metaphor)"
},
{
"title": "ໃຜອີກ​ຢູ່​ບ່ອນ­ນັ້ນ​ທີ່​ຈະ­ຊ່ວຍຂ້ານ້ອຍໄດ້ຫລື?",
"body": "ໂຢບໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າ ບໍ່ມີໃຜອີກທີ່ຈະຊ່ວຍລາວ. ຄຳຖາມນີ້ສາມາດຂຽນເປັນຄຳຖະແຫລງການ ອາດຈະແປໄດ້ອີກວ່າ: \"ບໍ່ມີໃຜອີກທີ່ຈະຊ່ວຍຂ້ານ້ອຍ\" (ເບິ່ງເພີ່ມເຕີມ: figs_rquestion)"
}
]