lo_job_tn_l3/03/08.txt

30 lines
3.6 KiB
Plaintext

[
{
"title": "ຄົນເຫລົ່ານັ້ນທີ່ຮູ້ວິທີຄວບຄຸມເລວີໄດ້",
"body": "ໂຢບອາດຈະອ້າງເຖິງພໍ່ມົດ ແລະຜູ້ວິເສດທີ່ນີ້ຊຶ່ງລາວເຊື່ອວ່າອາດຈະສາມາດກະຕຸ້ນເລວີໃນການກະຈາຍຄວາມວຸ່ນວາຍ. ເລວີແມ່ນສັດທີ່ຮູ້ຈັກກັນດີໃນນິທານເລື່ອງບູຮານຕາເວັນອອກ, ຊື່ງຄິດວ່າມີຫນ້າທີ່ຕໍ່ການທຳລາຍ, ຄວາມບໍ່ເປັນລະບຽບ ແລະ ຄວາມວຸ້ນວາຍ."
},
{
"title": "ຂໍໃຫ້ດວງດາວທັງຫລາຍຂອງແສງສະຫວ່າງໃນວັນນັ້ນມືດມິດ",
"body": "ຫມາຍເຖິງດາວເຄາະທີ່ມັກຈະເຫັນກ່ອນຕາເວັນຕົກ. ອາດແປໄດ້ອີກວ່າ: \"ຂໍໃຫ້ດວງດາວທີ່ປະກົດຕົວກ່ອນແສງສະຫວ່າງທຳອິດຂອງມື້ນັ້ນມືດ\""
},
{
"title": "ຂໍໃຫ້ວັນນັ້ນເບິ່ງແສງອະລຸນ, ແຕ່ຫາບໍ່ພໍ ",
"body": "ວັນເກີດຂອງໂຢບແມ່ນເວົ້າເຖິງຄືກັບວ່າຄົນກຳລັງຊອກຫາບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: \"ຂໍໃຫ້ມື້ນັ້ນຫວັງວ່າຈະມີແສງສະຫວ່າງ, ແຕ່ວ່າບໍ່ມີຫຍັງເລີຍ.\" (ເບິ່ງເພີ່ມເຕີມ:figs_personification"
},
{
"title": "ບໍ່ເຫັນເປືອກຕາຂອງແສງອາລຸນ",
"body": "ແສງອາລຸນໄດ້ຖືກກ່າວເຖິງຄືກັບວ່າມັນມີຂົນຕາທີ່ຄົນເຮົາມີ. ອາດແປໄດ້ອີກວ່າ: \"ແລະ ບໍ່ເຫັນແສງທຳອິດແສງອາລຸນ\" (ເບິ່ງເພີ່ມເຕີມ: figs_personification)"
},
{
"title": "ເພາະມັນ​ບໍ່ປິດປະຕູ​ໃນທ້ອງຂອງແມ່ຂອງຂ້າ­ນ້ອຍ",
"body": "ທ້ອງຂອງຜູ້ຍິງຖືກກ່າວເຖິງຄືເປັນພາຊະນະທີ່ມີປະຕູ. ອາດແປໄດ້ອີກວ່າ: \"ເພາະວ່າມື້ນັ້ນບໍ່ໄດ້ປິດທ້ອງຂອງແມ່ຂອງຂ້ອຍ\" (ເບິ່ງເພີ່ມເຕີມ: figs_metaphor) "
},
{
"title": "ເພາະ​ມັນບໍ່ໄດ້ເຊື່ອງຄວາມລຳບາກໃຫ້ພົ້ນສາຍຕາຂອງຂ້ານ້ອຍ",
"body": "ວັນເກີດຂອງໂຢບແມ່ນເວົ້າເຖິງບ່ອນນີ້ຄືກັບວ່າເປັນຄົນທີ່ສາມາດເຊື່ອງບາງສິ່ງບາງຢ່າງໄດ້. (ເບິ່ງ: figs_personification)"
},
{
"title": "ພົ້ນສາຍຕາຂອງຂ້ານ້ອຍ",
"body": "\"ຕາ\" ແມ່ນຕົວແທນຂອງຄົນທີ່ເຫັນກັບພວກເຂົາ. ອາດແປໄດ້ອີກວ່າ: \"ຈາກຂ້ອຍ\" (ເບິ່ງ: figs_metonymy) "
}
]