[ { "title": "ເພາະ​ອັນ­ໃດຄື­ຄວາມ​ຫວັງ​ຂອງ​ຄົນ​ທີ່ບໍ່ນັບຖືພຣະເຈົ້າ ເມື່ອ... ເມື່ອພຣະເຈົ້າໄດ້ເອົາຊີວິດຂອງລາວໄປຫລື?­ ", "body": "ໂຢບໃຊ້ຄຳຖາມນີ້ເພື່ອເວົ້າວ່າຜູ້ຊາຍແບບນັ້ນບໍ່ມີຄວາມຫວັງ. ອາດຈະແປໄດ້ອີກວ່າ: \"ບໍ່ມີຄວາມຫວັງສຳລັບຄົນທີ່ບໍ່ມີຄວາມເຊື່ອເມື່ອພຣະເຈົ້າ ... ເອົາຈິດວິນຍານຂອງລາວໄປ.\" (ເບິ່ງເພີ່ມເຕີມ: figs_rquestion)" }, { "title": " ເມື່ອພຣະເຈົ້າຊົງຕັດລາວອອກໄປ, ເມື່ອພຣະເຈົ້າໄດ້ເອົາຊີວິດຂອງລາວໄປ", "body": "ທັງສອງປະໂຫຍກນີ້ມີຄວາມຫມາຍດຽວກັນ. ອາດຈະແປໄດ້ອີກວ່າ: \"ເມື່ອພະເຈົ້າຕັດລາວອອກ ແລະ ເອົາຊີວິດຂອງລາວໄປ\" ຫລື \"ເມື່ອພຣະເຈົ້າເຮັດໃຫ້ລາວຕາຍ\" (ເບິ່ງເພີ່ມເຕີມ: figs_parallelism)" }, { "title": "ຕັດລາວອອກໄປ", "body": "ນີ້ແມ່ນຄຳປຽບທຽບທີ່ມີຄວາມຫມາຍວ່າ \"ຂ້າລາວ\" ຫລື \"ເຮັດໃຫ້ລາວຕາຍ\" (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ເອົາຊີວິດຂອງລາວໄປ", "body": "ນີ້ແມ່ນຄຳປຽບທຽບທີ່ມີຄວາມຫມາຍວ່າ \"ຂ້າລາວ\" ຫລື \"ເຮັດໃຫ້ລາວຢຸດເຊົາການດຳລົງຊີວິດ\" (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ພຣະ­ເຈົ້າ​ຈະ​ໄດ້​ຟັງ​ສຽງ­ຮ້ອງ​ໄຫ້ຂອງລາວ?", "body": "ໂຢບໃຊ້ຄຳຖາມນີ້ເພື່ອເວົ້າວ່າພຣະເຈົ້າຈະບໍ່ຊ່ວຍຄົນນັ້ນ. ອາດຈະແປໄດ້ອີກວ່າ: \"ພຣະເຈົ້າຈະບໍ່ໄດ້ຍິນສຽງຮ້ອງຂອງລາວເມື່ອມີຄວາມຫຍຸ້ງຍາກເກີດຂື້ນກັບລາວ.\" ຫລື \"ເມື່ອມີບັນຫາເກີດຂື້ນກັບລາວ ແລະລາວຮ້ອງຫາຄວາມຊ່ວຍເຫລືອ, ພຣະເຈົ້າຈະບໍ່ໄດ້ຍິນລາວ.\" (ເບິ່ງເພີ່ມເຕີມ: figs_rquestion)" }, { "title": "ພຣະ­ເຈົ້າ​ຈະ​ໄດ້​ຟັງ​ສຽງ­ຮ້ອງ​ໄຫ້ຂອງລາວ", "body": "ນີ້ \"ໄດ້ຍິນສຽງຮ້ອງຂອງລາວ\" ຫມາຍເຖິງໃຫ້ຄຳຕອບຂອງຜູ້ຊາຍຜູ້ທີ່ບໍ່ມີພຣະເຈົ້າ ແລະຊ່ວຍລາວ. ອາດຈະແປໄດ້ອີກວ່າ: \"ພຣະເຈົ້າຈະຕອບສະຫນອງກັບສຽງຮ້ອງຂອງລາວ\" (ເບິ່ງເພີ່ມເຕີມ: figs_metonymy)" }, { "title": "ລາວຈະ​ປິ­ຕິ­ຍິນ­ດີກັບຕົວເອງໃນ​ອົງ​ຜູ້​ມີ​ຣິດ​ທານຸພາບ ແລະກາບທູນພຣະເຈົ້າ​ຈະ​ທຸກ​ເວ­ລາ​ບໍ?", "body": "ໂຢບໃຊ້ຄຳຖາມນີ້ເພື່ອເວົ້າວ່າຄົນບໍ່ມີພຣະເຈົ້າຈະບໍ່ເຮັດສິ່ງເຫລົ່ານີ້. ອາດຈະແປໄດ້ອີກວ່າ: \"ລາວຈະບໍ່ເພິ່ງພໍໃຈຕໍ່ພຣະເຈົ້າຜູ້ມີຣິດທານຸພາບທຸກປະການ ແລະ ຮ້ອງຫາພຣະເຈົ້າຕະຫລອດເວລາ.\" ຫລື \"ລາວຈະບໍ່ມີຄວາມສຸກກັບສິ່ງທີ່ພຣະຜູ້ເປັນເຈົ້າເຮັດ ແລະລາວຈະບໍ່ອະທິຖານຫາພຣະເຈົ້າເລື້ອຍໆ.\" (ເບິ່ງເພີ່ມເຕີມ: figs_rquestion)" } ]