[ { "title": "ຂໍ້ມູນທົ່ວໄປ:", "body": "ໃນຂໍ້ 28:12-28, ສະຕິປັນຍາ ແລະຄວາມເຂົ້າໃຈໄດ້ຖືກກ່າວເຖິງຄືກັບວ່າມັນແມ່ນວັດຖຸທີ່ມີຄ່າທີ່ຢູ່ໃນບາງບ່ອນ ແລະຜູ້ຄົນກໍ່ຕ້ອງການຊອກຫາສິ່ງເຫລົ່ານັ້ນ. ການຊອກຫາປັນຍາ ແລະຄວາມເຂົ້າໃຈຫມາຍເຖິງການກາຍເປັນຄົນສະຫລາດ ແລະຮຽນຮູ້ທີ່ຈະເຂົ້າໃຈສິ່ງຕ່າງໆໄດ້ດີ. (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ສະ­ຕິ­ປັນ­ຍາຈະຖືກ​ຄົ້ນພົບ​​ບ່ອນ​ໃດ? ສະຖານທີ່ແຫ່ງຄວາມ​ເຂົ້າ­ໃຈ​ຢູ່​ທີ່​ໃດ?", "body": "ຄຳຖາມເຫລົ່ານີ້ຫມາຍເຖິງສິ່ງດຽວກັນ ແລະຖືກນຳໃຊ້ເພື່ອສະແດງໃຫ້ເຫັນວ່າມັນຍາກຫລາຍທີ່ຈະຊອກຫາປັນຍາ ແລະຄວາມເຂົ້າໃຈ.ອາດຈະແປໄດ້ອີກວ່າ: \"ແຕ່ມັນຍາກຫຼາຍທີ່ຈະຊອກຫາປັນຍາ ແລະຄວາມເຂົ້າໃຈ.\" (ເບິ່ງເພີ່ມເຕີມ: figs_parallelism ແລະ figs_rquestion)" }, { "title": "ສະ­ຕິ­ປັນ­ຍາຈະຖືກ​ຄົ້ນພົບ​​ບ່ອນ​ໃດ? ສະຖານທີ່ແຫ່ງຄວາມ​ເຂົ້າ­ໃຈ​ຢູ່​ທີ່​ໃດ?", "body": "ການກາຍມາເປັນຄົນມີສະຕິປັນຍາ ແລະຄວາມເຂົ້າໃຈແມ່ນເວົ້າເຖິງການຊອກຫາປັນຍາ ແລະຄວາມເຂົ້າໃຈ. ອາດຈະແປໄດ້ອີກວ່າ: ຄົນເຮົາກາຍເປັນຄົນສະຫລາດໄດ້ແນວໃດ? ຜູ້ຄົນຮຽນຮູ້ທີ່ຈະເຂົ້າໃຈສິ່ງຕ່າງໆໄດ້ແນວໃດ? \"(ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ມະ­ນຸດ​ບໍ່​ຮູ້­ຈັກ​ຄ່າ​ຂອງ​ສະ­ຕິ­ປັນ­ຍາ", "body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ປັນຍາເວົ້າເຖິງຄືກັບວ່າມັນເປັນສິ່ງທີ່ຄົນເຮົາສາມາດຊື້ໄດ້. ອາດຈະແປໄດ້ອີກວ່າ: \"ຜູ້ຄົນບໍ່ຮູ້ວ່າມັນມີຄ່າຫຍັງ\" ຫລື 2) ຄຳສັບທີ່ແປວ່າ \"ລາຄາ\" ຫມາຍເຖິງ \"ສະຖານທີ່.\" ອາດຈະແປໄດ້ອີກວ່າ: \"ຜູ້ຄົນບໍ່ຮູ້ວ່າມັນຢູ່ໃສ\" (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ບໍ່ໄດ້ພົບມັນໃນແຜ່ນ­ດິນ​ຂອງ​ຄົນ​ເປັນ​", "body": "\"ແລະມັນກໍ່ບໍ່ພົບໃນແຜ່ນດິນຂອງຄົນມີຊີວິດ.\" “ ແຜ່ນດິນແຫ່ງການ ດຳລົງຊີວິດ” ຫມາຍເຖິງໂລກນີ້ທີ່ຜູ້ຄົນອາໄສຢູ່. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: \"ແລະບໍ່ມີໃຜສາມາດຊອກຫາປັນຍາໃນໂລກນີ້\" (ເບິ່ງເພີ່ມເຕີມ: figs_activepassive)" }, { "title": "ນໍ້າເລິກ...ເວົ້າວ່າ, ‘ມັນບໍ່ຢູ່ໃນ​ຂ້ານ້ອຍ​’; ແລະ​ທະ­ເລ​ກ່າວ​ວ່າ‘ມັນບໍ່­ຢູ່​ກັບຂ້ານ້ອຍ'.", "body": "ນໍ້າເລິກ ແລະທະເລຖືກນຳສະເຫນີຄືກັບວ່າ ພວກເຂົາເປັນຄົນທີ່ສາມາດເວົ້າໄດ້. ອາດຈະແປໄດ້ອີກວ່າ: \"ປັນຍາບໍ່ຢູ່ໃນນໍ້າເລິກທີ່ຢູ່ໃຕ້ໂລກ, ແລະມັນບໍ່ຢູ່ໃນທະເລ\" (ເບິ່ງເພີ່ມເຕີມ: figs_personification)" } ]