[ { "title": "ຂໍ້ມູນທົ່ວໄປ:", "body": "ໂຢບສືບຕໍ່ເວົ້າກັບພຣະເຈົ້າ." }, { "title": "ເປັນ­ຫຍັງ​ພຣະ­ອົງ​ຈິ່ງຊົງ​ຫັນ​ຫນ້າຂອງພຣະອົງຈ...​ເຫມືອນເປັນ​ສັດ­ຕຣູ​ຂອງ​ພຣະ­ອົງ?", "body": "ໂຢບຖາມຄຳຖາມນີ້ຈົ່ມວ່າພຣະເຈົ້າປະຕິບັດກັບລາວແນວໃດ. ລາວອາດຈະຫວັງວ່າຈະໄດ້ຮັບຄຳຕອບ. (ເບິ່ງເພີ່ມເຕີມ: figs_rquestion)" }, { "title": "ພຣະ­ອົງ​ຈິ່ງຊົງ​ຫັນ​ຫນ້າຂອງພຣະອົງຈາກຂ້ານ້ອຍ", "body": "ການເຊື່ອງໃບຫນ້າຈາກຜູ້ໃດຜູ້ຫນຶ່ງຫມາຍເຖິງການປະຕິເສດທີ່ຈະເບິ່ງລາວ ຫລື ບໍ່ສົນໃຈລາວ. ອາດຈະແປໄດ້ອີກວ່າ: \"ພຣະອົງປະຕິເສດທີ່ຈະເບິ່ງຂ້ານ້ອຍ\" ຫລື \"ພຣະອົງບໍ່ສົນໃຈຂ້ານ້ອຍ\" (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ພຣະ­ອົງ​ຈະຂົ່ມເຫັງ...ເປັນເຫມືອນ​ເຟືອງ​ແຫ້ງນີ້​ບໍ?", "body": "ໂຢບໃຊ້ຄຳຖາມເຫລົ່ານີ້ເພື່ອບອກພຣະເຈົ້າວ່າເນື່ອງຈາກໂຢບບໍ່ສຳຄັນ ແລະ ອ່ອນແອຈຶ່ງບໍ່ມີປະໂຫຍດທີ່ຈະຂົ່ມເຫັງລາວ. (ເບິ່ງເພີ່ມເຕີມ: figs_rquestion ແລະ figs_parallelism)" }, { "title": "ໃບ​ໄມ້​ທີ່​ຖືກ​ລົມ­ພັດ​ຫັກ...ເປັນເຫມືອນ​ເຟືອງ​ແຫ້ງ", "body": "\"ໃບໄມ້\" ແລະ \"ຕໍເສດ\" ແມ່ນຄຳປຽບທຽບທີ່ບັນຍາຍເຖິງຈຸດອ່ອນແອ, ຄວາມບໍ່ສຳຄັນ ແລະຄວາມອ່ອນແອຂອງໂຢບ. ອາດຈະແປໄດ້ອີກວ່າ: \"ພຣະອົງຂົ່ມເຫັງຂ້ານ້ອຍ, ແຕ່ຂ້ານ້ອຍອ່ອນແອຄືກັບໃບໄມ້ທີ່ຖືກລົມພັດ ແລະບໍ່ສຳຄັນຄືກັບເຟືອງແຫ້ງ\" (ເບິ່ງເພີ່ມເຕີມ: figs_metaphor)" } ]