lo_job_text_reg_l3/17/06.txt

1 line
1.1 KiB
Plaintext

\v 6 ແດ່ພຣະ­ອົງ​ໄດ້ຊົງ​ກະ­ທຳ­ໃຫ້​ຂ້ານ້ອຍ​ເປັນ​ບ່ອນ​ນິນ­ທາ​ຂອງ​ຜູ້ຄົນ; ແລະ​ພວກ­ເຂົາ​ຖົ່ມ­ນ້ຳ­ລາຍ​ຫົດ​ຫນ້າ​ຂອງ​ຂ້ານ້ອຍ. \v 7 ດວງ­ຕາ​ຂອງ​ຂ້ານອຍ​ໄດ້​ມືດ​ມົວ​ໄປ​ດ້ວຍ​ຄວາມ­ທຸກ​ໂສກ; ແລະ​ອະ­ໄວ­ຍະ­ວະ​ໃນຮ່າງກາຍຂອງຂ້ານ້ອຍທັງ​ຫມົດ​ກໍຈ່ອຍບາງ​ເຫມືອນ​ກັບ​ເງົາ. \v 8 ຄົນ​ທີ່ສັດຊື່ທ່ຽງທັມ​ຈະຂາດສະຕິໄປເພາະສິ່ງນີ້; ແລະ​ຄົນທີ່​ບໍ່­ມີ​ຄວາມ​ຜິດ​ກໍ​ຈະ​ລຸກ­ຂຶ້ນ​ປັກ​ປ້ຳ​ຄົນ​ໜ້າ­ຊື່­ໃຈ­ຄົດທີ່ບໍ່ນັບຖືພຣະເຈົ້າ.