lo_job_text_reg_l3/01/13.txt

1 line
1.2 KiB
Plaintext

\v 13 ແລ້ວມາເຖິງມື້­ຫນຶ່ງ ຂະ­ນະ​ທີ່ບັນດາ​ລູກຊາຍ​ ແລະລູກສາວຂອງ​ໂຢບ ກຳ­ລັງ​ກິນ​ ແລະດື່ມເຫລົ້າອະງຸ່ນຢູ່­ໃນ​ເຮືອນ​ຂອງ​ອ້າຍ​ກົກຂອງພວກເຂົາ. \v 14 ມີ­ຜູ້ສົ່ງຂ່າວຄົນ​ຫນຶ່ງ​ແລ່ນ​ມາ­​ໂຢບ ແລະເວົ້າ​ວ່າ, ຝູງ​ງົວທັງຫລາຍກຳລັງ​ໄຖ​ນາ​ ແລະ​ຝູງລໍ ​ກຳ­ລັງ​ກິນ​ຫຍ້າ​ຢູ່ຂ້າງໆ. \v 15 ​ພວກ​ເຊ­ບາ​ໄດ້ເຂົ້າໂຈມຕີ ແລະ​ປຸ້ນ​ເອົາ​ງົວ​ກັບ​ລໍ​ທັງ​ຫມົດ​ໄປ. ຄົນເຊບາ​ໄດ້​ຂ້າ​ຄົນຮັບ­ໃຊ້​ທັງ​ຫມົດດ້ວຍດາບ. ມີ​ຂ້າ­ນ້ອຍ​ຄົນ​ດຽວ ທີ່​ລອດ​ຊີ­ວິດ​ຫນີ​ມາ­ບອກ​ທ່ານໄດ້.”