\c 32 \v 1 ດັ່ງນັ້ນຊາຍສາມຄົນຈຶ່ງໄດ້ຢຸດຕອບໂຢບເພາະເຂົາເປັນຄົນຊອບທຳໃນສາຍຕາຂອງລາວເອງ. \v 2 ແລ້ວເອລີຮູ ລູກຊາຍບາຣາເກນຄົນບູເຊ, ຄອບຄົວຂອງລາມ; ກໍຮ້ອນຮົນໄປດ້ວຍຄວາມໂກດ. ລາວໂກດຮ້າຍໂຢບ ເພາະລາວອ້າງວ່າຕົນເອງຖືກຕ້ອງແທນທີ່ຈະເປັນພຣະເຈົ້າ.