lo_job_text_reg_l3/42/07.txt

3 lines
1.9 KiB
Plaintext

\v 7 \v 8 \v 9 7 ຫລັງ​ຈາກ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ຄຳ​ທັງ­ປວງ​ນີ້​ຕໍ່​ໂຢບ​ແລ້ວ ພຣະ­ອົງ​ກໍ​ຊົງ​ກ່າວ​ຕໍ່​ເອ­ລີ­ຟັດ​ວ່າ, “ເຮົາ​ຮ້າຍ​ເຈົ້າ​ກັບ​ເພື່ອນ​ສອງ​ຄົນ​ຂອງ​ເຈົ້າ ເພາະ​ພວກ​ເຈົ້າ​ບໍ່​ເວົ້າ​ຄວາມ­ຈິງ​ກ່ຽວ­ກັບ​ເຮົາ ເຫມືອນ​ຢ່າງ​ທີ່​ໂຢບ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​ໄດ້​ເວົ້າ​ນັ້ນ.
8 ບັດ­ນີ້ ຈົ່ງ​ເອົາ​ງົວ­ເຖິກ​ເຈັດ​ໂຕ​ກັບ​ແກະ​ເຖິກ​ເຈັດ​ໂຕ​ໄປ​ຫາ​ໂຢບ ແລະ​ເຜົາ​ຖວາຍ​ບູ­ຊາ​ສຳ­ລັບ​ພວກ​ເຈົ້າ​ເອງ ໂຢບ​ຈະ​ອ້ອນ­ວອນ​ສຳ­ລັບ​ພວກ​ເຈົ້າ ເຮົາ​ຈະ​ຕອບ​ຄຳ​ອ້ອນ­ວອນ​ຂອງ​ລາວ ແລະ​ຈະ​ບໍ່​ລົງ­ໂທດ​ພວກ​ເຈົ້າ​ຕາມ​ທີ່​ເຈົ້າ​ຄວນ​ຈະ​ໄດ້­ຮັບ ເພາະ​ພວກ​ເຈົ້າ​ບໍ່​ເວົ້າ​ຄວາມ­ຈິງ​ກ່ຽວ­ກັບ​ເຮົາ​ເຫມືອນ​ໂຢບ​ໄດ້​ເວົ້າ.”
9 ເອ­ລີ­ຟັດ ບິນ­ດັດ ແລະ​ໂຊ­ຟາ ໄດ້​ເຮັດ​ຕາມ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ບອກ ແລະ​ພຣະ­ຜູ້­ເປັນ­ເຈົ້າ​ກໍ​ຊົງ​ຕອບ​ຄຳ​ອ້ອນ­ວອນ​ຂອງ​ໂຢບ.