lo_job_text_reg_l3/19/07.txt

3 lines
896 B
Plaintext

\v 7 \v 8 \v 9 ຂ້ອຍ​ໄດ້​ຄັດ­ຄ້ານ​ການ​ໃຊ້​ອຳ­ນາດ​ອັນ​ຮຸນ­ແຮງ​ຂອງ​ພຣະ­ອົງ ແຕ່​ບໍ່­ມີ​ໃຜ​ຟັງ ຂ້ອຍ​ຮ້ອງ­ຫາ​ຄວາມ­ຍຸດ­ຕິ­ທຳ ແຕ່​ບໍ່­ມີ​ເລີຍ.
8 ພຣະ­ເຈົ້າ​ໄດ້​ຊົງ​ຕັນ​ທາງ​ໄວ້ ຂ້ອຍ​ຈຶ່ງ​ເຂົ້າ­ໄປ​ບໍ່­ໄດ້ ພຣະ­ອົງ​ຊົງ​ປົກ​ປິດ​ທາງ​ຂ້ອຍ​ດ້ວຍ​ຄວາມ​ມືດ.
9 ພຣະ­ອົງ​ຊົງ​ຍຶດ​ເອົາ​ຊັບ­ສົມ­ບັດ​ທັງ​ໝົດ​ຂອງ​ຂ້ອຍ​ໄປ ແລະ​ຊົງ​ທຳ­ລາຍ​ຊື່­ສຽງ​ຂອງ​ຂ້ອຍ.