lo_job_text_reg_l3/10/04.txt

1 line
1.3 KiB
Plaintext

\v 4 ພຣະ­ອົງ​ຊົງມີ​ດວງຕາ​ເຫມືອນ​ຕາ​ຄົນ​ບໍ? ພຣະ­ອົງ​ເຫັນ​ເຫມືອນກັບ​ມະ­ນຸດຄົນຫນຶ່ງ​ເຫັນ​ບໍ? \v 5 ວັນທັງຫລາຍ​ຂອງ​ພຣະ­ອົງ​ເປັນເຫມືອນ​ວັນທັງຫລາຍ​ຂອງ​ມະ­ນຸດ​ບໍ ຫລືປີທັງຫລາຍ​ຂອງ​ພຣະ­ອົງ ເປັນ​ເຫມືອນ​​ປີທັງຫລາຍ​ຂອງ​ຄົນເຮົາ​ບໍ, \v 6 ທີ່​ພຣະ­ອົງ​ຊົງໄດ້​ຄອຍ​ຖ້າ​ຈັບ​ຄວາມ​ຊົ່ວ­ຊ້າ​ຂອງ​ຂ້າ­ນ້ອຍ ແລະ ຊົງ​ຄົ້ນ­ຫາ​ຄວາມບາບ​ຂອງ​ຂ້າ­ນ້ອຍ. \v 7 ເຖິງແມ່ນວ່າ ​ພຣະ­ອົງ​ຊົງຮູ້ວ່າ​ຂ້າ­ນ້ອຍ​ບໍ່­ໄດ້​ເຮັດຜິດ ແລະ ​ບໍ່­ມີ​ໃຜຈັກຄົນທີ່ສາມາດ​ຊ່ວຍ​ໃຫ້​ຂ້ານ້ອຍພົ້ນ​ອອກ­ຈາກ​ມືຂອງ​ພຣະ­ອົງ​ໄດ້ຢ່າງນັ້ນຫລື?