1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 6 ແລ້ວມາເຖິງວັນຫນຶ່ງ ເມື່ອບັນດາລູກຊາຍຂອງພຣະເຈົ້າໄດ້ມາປາກົດຕົວຂອງພວກເຂົາຕໍ່ຫນ້າພຣະຢາເວ. ຊາຕານກໍໄດ້ເຂົ້າມາພ້ອມກັບພວກເຂົາດ້ວຍ. \v 7 ພຣະຢາເວໄດ້ຊົງກ່າວແກ່ຊາຕານວ່າ,“ເຈົ້າມາແຕ່ໃສ?" ແລ້ວຊາຕານໄດ້ທູນຕອບພຣະຢາເວວ່າ, “ພະເນຈອນໄປເທິງແຜ່ນດິນໂລກ, ໄປໆແລະມາໆ ເທິງແຜ່ນດິນ.” \v 8 ພຣະຢາເວໄດ້ຊົງກ່າວວ່າ, "ເຈົ້າໄດ້ເຫັນໂຢບຜູ້ຮັບໃຊ້ຂອງເຮົາບໍ? ເພາະບໍ່ມີໃຜເທິງແຜ່ນໂລກທີ່ເປັນເຫມືອນລາວ, ລາວເປັນຄົນບໍ່ມີຄວາມຜິດ ແລະລາວເປັນຄົນສັດຊື່, ລາວເປັນຄົນຂາບໄຫວ້ພຣະເຈົ້າ ແລະ ບໍ່ເຄີຍເຮັດຊົ່ວ.” |