lo_job_text_reg_l3/31/16.txt

1 line
1.2 KiB
Plaintext

\v 16 ຖ້າຫາກ ຂ້ານ້ອຍບໍ່​ເຄີຍປະ­ຕິ­ເສດຄົນ​ຍາກ­ຈົນຈາກຄວາມປາຖະຫນາຂອງພວກເຂົາ, ຫລືຖ້າ ຂ້ານ້ອຍໄດ້ເປັນເຫດໃຫ້ດວງຕາທັງຫລາຍຂອງ ແມ່­ຫມ້າຍ​ມົວລົງໄປຈາກການຮ້ອງໃຫ້, \v 17 ຫລືຖ້າ ຂ້ານ້ອຍໄດ້ກິນອາຫານຂອງ ຂ້ານ້ອຍຕາມລຳພັງ ແລະ​ບໍ່​ເຄີຍ​ໃຫ້​ບັນດາຄົນເຫລົ່ານັ້ນທີ່­ກຳ­ພ້າ​ພໍ່ມາກິນນຳ \v 18 ເພາະຈາກວັຍຫນຸ່ມ ຂອງ ຂ້ານ້ອຍ​ລູກກຳພ້າໄດ້​ເຕີບໂຕຂຶ້ນພ້ອມກັບ ຂ້ານ້ອຍເຫມືອນກັບ ຂ້ານ້ອຍເປັນພໍ່ຂອງເຂົາ,ແລະ ຂ້ານ້ອຍໄດ້ຊີ້ນຳແມ່ຂອງເຂົາ ຄືຍິງຫມ້າຍຄົນຫນຶ່ງຈາກທ້ອງແມ່ຂອງ ຂ້ານ້ອຍເອງ.