lo_job_text_reg_l3/01/06.txt

1 line
1.3 KiB
Plaintext

\v 6 ແລ້ວມາເຖິງວັນຫນຶ່ງ ເມື່ອບັນດາລູກຊາຍຂອງພຣະເຈົ້າໄດ້ມາປາກົດຕົວຂອງພວກເຂົາຕໍ່ຫນ້າພຣະຢາເວ. ຊາຕານກໍໄດ້ເຂົ້າມາພ້ອມກັບພວກເຂົາດ້ວຍ. \v 7 ພຣະຢາເວໄດ້ຊົງກ່າວແກ່ຊາຕານວ່າ,“ເຈົ້າ​ມາ​ແຕ່​ໃສ?" ແລ້ວຊາຕານໄດ້ທູນ​ຕອບພຣະຢາເວ​ວ່າ, “ພະເນຈອນໄປເທິງແຜ່ນດິນໂລກ, ​ໄປໆ​ແລະມາໆ ເທິງແຜ່ນດິນ.” \v 8 ພຣະຢາເວໄດ້ຊົງກ່າວວ່າ, "ເຈົ້າໄດ້ເຫັນໂຢບ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​​ບໍ? ເພາະບໍ່­ມີ​ໃຜເທິງແຜ່ນ​ໂລກທີ່ເປັນເຫມືອນລາວ, ລາວເປັນຄົນ​ບໍ່ມີຄວາມຜິດ ແລະລາວເປັນຄົນສັດຊື່, ລາວເປັນຄົນຂາບ­ໄຫວ້​ພຣະ­ເຈົ້າ ແລະ ບໍ່ເຄີຍເຮັດຊົ່ວ.”