\v 13 ຕັ້ງແຕ່ຂ້ານ້ອຍເຫັນແດນ​ຄົນ​ຕາຍວ່າ​ເປັນເຫມືອນ​ເຮືອນ​ຂອງ​ຂ້ານ້ອຍ; ຂ້ານ້ອຍ​ໄດ້​ກາງ​ບ່ອນ​ນອນຂອງຂ້ານ້ອຍ​ໃນ​ຄວາມ​ມືດ. \v 14 ຕັ້ງແຕ່ຂ້ານ້ອຍ​ໄດ້​ກ່າວຕໍ່ຂຸມເລິກວ່າ ‘ເຈົ້າ​ເປັນ​ພໍ່​ຂອງ​ຂ້ອຍ,’ ແລະ​ເວົ້າ­ກັບ​ຫນອນ​ວ່າ, ‘ເຈົ້າ​ເປັນ​ແມ່​ຂອງ​ຂ້ອຍ, ແລະ​ເປັນ​ເອື້ອຍ​ຂອງ​ຂ້ອຍ,’ \v 15 ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ຢູ່​ທີ່​ໃດ? ໃຜທີ່ສາມາດເຫັນໄດ້, ເພື່ອເປັນຄວາມຫວັງໃຫ້ແກ່ຂ້ານ້ອຍໄດ້? \v 16 ຄວາມ​ຫວັງ​ນັ້ນ​ຈະ​ລົງ​ໄປ​ທີ່​ດ່ານ​ປະ­ຕູ​ແດນ​ຄົນ​ຕາຍກັບຂ້ານ້ອຍ ເມື່ອເຮົາ​ກາຍເປັນ​ຂີ້­ຝຸ່ນ​ບໍ?”