1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 15 ເມື່ອຮັບປະທານອາຫານແລ້ວ ພຣະເຢຊູກ່າວກັບຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ, ທ່ານຮັກເຮົາຫລາຍກວ່າເຫລົ່ານີ້ຫລື?” ເປໂຕທູນຕໍ່ພຣະອົງວ່າ “ໂດຍພຣະອົງເຈົ້າ, ພຣະອົງຊົງຊາບວ່າຂ້າພຣະອົງຮັກພຣະອົງ.” ພຣະອົງກ່າວສັ່ງເຂົາວ່າ, “ຈົ່ງລ້ຽງດູລູກແກະຂອງເຮົາເຖີດ.” \v 16 ພຣະອົງກ່າວກັບເຂົາເທື່ອທີສອງວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລື?” ເປໂຕທູນຕອບພຣະອົງວ່າ, “ໂດຍພຣະອົງເຈົ້າ, ພຣະອົງຊົງຊາບວ່າຂ້າພຣະອົງຮັກພຣະອົງ.” ພຣະອົງກ່າວສັ່ງກັບເຂົາວ່າ, “ຈົ່ງລ້ຽງດູແກະຂອງເຮົາເຖີດ.” |