lo_jhn_text_ulb_l3/21/07.txt

1 line
1.1 KiB
Plaintext

\v 7 ສາ­ວົກທີ່ພຣະ­ເຢຊູຊົງຮັກ ບອກເປ­ໂຕວ່າ, “ແມ່ນອົງພຣະຜູ້ເປັນ­ເຈົ້າ.” ເມື່ອຊີ­ໂມນເປ­ໂຕໄດ້ຍິນວ່າເປັນອົງພຣະ­ຜູ້­ເປັນ­ເຈົ້າ, ທ່ານໄດ້ຈັບເອົາເສື້ອມານຸ່ງເພາະເປືອຍໂຕຢູ່ ແລ້ວກໍໂຕນລົງນ້ຳທະເລ. \v 8 ແຕ່ພວກສາ­ວົກຄົນອື່ນໆ ນັ້ນນັ່ງເຮືອມາແລະລາກມອງທີ່ຖືກປາມາເຕັມນັ້ນມານຳ (ເພາະເຂົາບໍ່ຢູ່ໄກຈາກຝັ່ງຫລາຍ ໄກປະ­ມານຫນຶ່ງຮ້ອຍແມັດເທົ່ານັ້ນ). \v 9 ເມື່ອພວກເຂົາຂຶ້ນເຖິງຝັ່ງກໍເຫັນຖ່ານຕິດໄຟຢູ່, ມີປາວາງຢູ່ຂ້າງເທິງ, ແລະມີເຂົ້າ­ຈີ່.