lo_jhn_text_ulb_l3/20/16.txt

1 line
1.4 KiB
Plaintext

\v 16 ພຣະ­ເຢຊູກ່າວກັບນາງວ່າ, “ມາ­ຣິ­ອາເອີຍ” ມາ­ຣິ­ອາກໍຕ່າວຫນ້າມາທູນພຣະ­ອົງເປັນພາ­ສາເຮັບ­ເຣີວ່າ, “ຣັບໂບ­ນີ” (ທີ່ແປວ່າ “ພຣະ­ອາ­ຈານ"). \v 17 ພຣະ­ເຢຊູກ່າວກັບນາງວ່າ, “ຢ່າແຕະຕ້ອງເຮົາ, ເພາະເຮົາຍັງບໍ່ໄດ້ຂຶ້ນໄປຫາພຣະ­ບິ­ດາ, ແຕ່ເຈົ້າຈົ່ງໄປຫາພວກພີ່­ນ້ອງຂອງເຮົາແລະບອກເຂົາວ່າ ເຮົາກຳລັງຈະຂຶ້ນໄປຫາພຣະ­ບິ­ດາຂອງເຮົາ, ແລະພຣະ­ບິ­ດາຂອງພວກທ່ານ ໄປຫາພຣະເຈົ້າຂອງເຮົາແລະພຣະ­ເຈົ້າຂອງພວກທ່ານ.” \v 18 ມາ­ຣິ­ອາຊາວມັກດາລາຈຶ່ງໄປບອກພວກສາ­ວົກວ່າ, “ຂ້າ­ນ້ອຍເຫັນອົງພຣະ­ຜູ້­ເປັນ­ເຈົ້າແລ້ວ,” ແລະນາງກໍເລົ່າໃຫ້ພວກເຂົາວ່າ ພຣະ­ອົງໄດ້ກ່າວຄຳເຫລົ່ານີ້ແກ່ຕົນ.