lo_jhn_text_ulb_l3/19/04.txt

1 line
1.3 KiB
Plaintext

\v 4 ປີ­ລາດກໍອອກໄປດ້ານນອກອີກແລະກ່າວກັບພວກເຂົາວ່າ, “ເບິ່ງແມ, ເຮົາພາຄົນນີ້ອອກມອບໃຫ້ພວກທ່ານ ຮູ້ວ່າເຮົາບໍ່ເຫັນຄວາມຜິດຈັກປະ­ການໃນຕົວເພີ່ນເລີຍ.” \v 5 ພຣະເຢຊູຈຶ່ງສະເດັດອອກມາ, ຊົງພວງ­ມາ­ໄລທີ່ເຮັດດ້ວຍເຄືອຫນາມນັ້ນ ແລະຊົງຄຸມເສື້ອສີ­ມ່ວງ. ປີ­ລາດກ່າວກັບພວກເຂົາວ່າ, “ເບິ່ງຄົນນີ້ແມ.” \v 6 ເມື່ອພວກຫົວຫນ້າປະ­ໂລ­ຫິດ ແລະພວກເຈົ້າຫນ້າ­ທີ່ໄດ້ເຫັນພຣະ­ອົງເຂົາກໍໂຮ່ຮ້ອງຂຶ້ນວ່າ, “ຄຶງມັນເສຍ ຄຶງມັນ” ປີ­ລາດກ່າວກັບເຂົາວ່າ, “ພວກເຈົ້າຈົ່ງພາເຂົາໄປຄຶງເອົາເອງ, ເພາະຝ່າຍເຮົາບໍ່ເຫັນວ່າເຂົາມີຄວາມຜິດເລີຍ.”