lo_jhn_text_ulb_l3/17/06.txt

1 line
1.2 KiB
Plaintext

\v 6 ຂ້າ­ນ້ອຍສະ­ແດງພຣະ­ນາມຂອງພຣະ­ອົງ ແກ່ບັນດາຄົນທີ່ພຣະ­ອົງຊົງປະ­ທານແກ່ຂ້າ­ນ້ອຍຈາກ­ໂລກ. ຄົນເຫລົ່ານັ້ນເປັນຂອງພຣະ­ອົງແລ້ວ, ແລະພຣະ­ອົງປະ­ທານພວກເຂົາແກ່ຂ້າ­ນ້ອຍ, ແລະເຂົາໄດ້ປະຕິບັດຕາມພຣະ­ທຳຂອງພຣະ­ອົງແລ້ວ. \v 7 ບັດນີ້ພວກເຂົາຮູ້ວ່າທຸກສິ່ງທີ່ພຣະ­ອົງປະ­ທານແກ່ຂ້າ­ນ້ອຍນັ້ນມາຈາກພຣະ­ອົງ, \v 8 ເພາະ­ວ່າຖ້ອຍຄຳທີ່ພຣະ­ອົງກ່າວແກ່ຂ້ານ້ອຍນັ້ນ. ຂ້າ­ນ້ອຍໃຫ້ພວກເຂົາແລ້ວແລະພວກເຂົາຮັບໄວ້ ແລະຮູ້ແນ່ວ່າຂ້າ­ນ້ອຍມາຈາກພຣະ­ອົງ, ແລະເຊື່ອວ່າພຣະ­ອົງຊົງໃຊ້ຂ້ານ້ອຍມາ.