lo_jhn_text_ulb_l3/12/01.txt

1 line
1.4 KiB
Plaintext

\c 12 \v 1 ກ່ອນເຖິງເທດ­ສະ­ການປັດ­ສະ­ຄາຫົກວັນ, ພຣະ­ເຢຊູໄດ້ສະເດັດມາຮອດບ້ານເບັດ­ທາ­ນີ, ທີ່ລາ­ຊະ­ໂຣຜູ້ທີ່ພຣະອົງຊົງບັນດານໃຫ້ຟື້ນຄືນຈາກຄວາມຕາຍອາໃສຢູ່. \v 2 ພວກເຂົາໄດ້ຈັດຕຽມອາຫານແລງໃຫ້ພຣະ­ອົງທີ່ນັ້ນ, ແລະມາ­ທາກຳລັງຮັບໃຊ້ພຣະອົງ, ລາ­ຊະ­ໂຣເປັນຜູ້ໜຶ່ງທ່າມກາງຄົນເຫລົ່ານັ້ນ ທີ່ກຳລັງຮ່ວມຮັບປະ­ທານຢູ່ກັບພຣະເຢຊູ. \v 3 ແລ້ວມາ­ຣິ­ອາກໍເອົານ້ຳມັນຫອມຈຳນວນໜຶ່ງລິ­ດ ຊຶ່ງເຮັດຜະລິດມາຈາກນ້ຳມັນນາດາບໍລິສຸດແລະລາ­ຄາແພງ, ເທລົງທີ່ພຣະ­ບາດຂອງພຣະ­ເຢຊູ, ແລະເອົາຜົມຂອງນາງເຊັດພຣະບາດພຣະ­ອົງ. ໃນເຮືອນກໍຫອມກຸ້ມເຕັມໄປດ້ວຍກິ່ນຫອມຈາກນ້ຳ­ມັນຫອມນັ້ນ.