lo_jhn_text_ulb_l3/09/16.txt

1 line
1.3 KiB
Plaintext

\v 16 ບາງຄົນໃນພວກຟາ­ຣີ­ຊາຍເວົ້າວ່າ, “ຊາຍຄົນນີ້ບໍ່ໄດ້ມາຈາກພຣະ­ເຈົ້າ ເພາະວ່າເພິ່ນບໍ່ຖືຮັກ­ສາວັນຊະ­ບາໂຕ” ຄົນອື່ນໆ ເວົ້າວ່າ, “ເປັນຫຍັງຊາຍຜູ້ເປັນຄົນບາບຄືເຮັດໝາຍສຳ­ຄັນແນວນີ້ໄດ້?” ຈິ່ງມີການແບ່ງແຍກໃນພວກເຂົາ. \v 17 ພວກເຂົາຈຶ່ງຖາມຊາຍຄົນຕາ­ບອດອີກເທື່ອໜຶ່ງວ່າ, “ເຈົ້າເດເວົ້າຢ່າງ­ໃດໃນເມື່ອເພີ່ນເຮັດໃຫ້ເຈົ້າເຊົາຕາບອດ?” ຊາຍຄົນຕາບອດຕອບວ່າ, “ທ່ານເປັນຜູ້ປະ­ກາດພຣະ­ທຳ.” \v 18 ຄົນຢິວຍັງຄົງບໍ່ເຊື່ອວ່າຊາຍຄົນນັ້ນເຄີຍ­ຕາບອດແລະເຊົາຕາບອດແລ້ວ, ຈົນກະທັ້ງເຂົາໄດ້ເອີ້ນພໍ່ແມ່ຂອງຊາຍຕາບອດທີ່ໄດ້ຮັບໂຜດໃຫ້ເບີ່ງເຫັນມາ.