lo_jhn_text_ulb_l3/01/37.txt

1 line
1.2 KiB
Plaintext

\v 37 ເມື່ອສາວົກສອງຄົນຂອງທ່ານໄດ້ຍິນໂຢ­ຮັນເວົ້າດັ່ງ­ນັ້ນ ພວກເຂົາຈຶ່ງຕິດ­ຕາມພຣະ­ເຢຊູໄປ. \v 38 ເມື່ອພຣະ­ເຢຊູຫັນກັບມາແລະເຫັນເຂົາກຳລັງຕິດ­ຕາມພຣະອົງ ຈຶ່ງຊົງຖາມພວກເຂົາວ່າ, “ພວກທ່ານຕ້ອງການສິ່ງໃດ?” ພວກເຂົາຕອບວ່າ, “ຮັບບີ (ແປຄວາມໝາຍວ່າ ອາ­ຈານ) ທ່ານພັກຢູ່ທີ່ໃດ?” \v 39 ພຣະ­ອົງຈິ່ງບອກພວກເຂົາວ່າ, “ຈົ່ງມາແລະເບິ່ງເອງເຖີດ” ເມື່ອພວກເຂົາຕາມຕາມພຣະອົງໄປແລະໄດ້ເຫັນບ່ອນຊຶ່ງພຣະ­ອົງຊົງພັກອາໃສຢູ່, ພວກເຂົາຈິ່ງພັກຢູ່ກັບພຣະ­ອົງໃນວັນນັ້ນ, ຕອນນັ້ນເປັນເວລາປະ­ມານສີ່ໂມງແລງແລ້ວ.