lo_jhn_text_ulb_l3/08/42.txt

1 line
1.5 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 42 \v 43 \v 44 42ພຣະ­ເຢຊູຊົງກ່າວຕໍ່ເຂົາວ່າ, “ຖ້າພຣະ­ເຈົ້າເປັນພຣະ­ບິ­ດາຂອງພວກທ່ານແລ້ວ ທ່ານກໍຈະຮັກເຮົາເພາະເຮົາມາຈາກພຣະ­ເຈົ້າແລະມາເຖິງທີ່ນີ້ ເຮົາບໍ່ໄດ້ມາຕາມ­ໃຈຊອບຂອງເຮົາເອງ ແຕ່ພຣະ­ອົງໄດ້ຊົງໃຊ້ເຮົາມາ. 43ເຫດສັນ­ໃດພວກທ່ານຈຶ່ງບໍ່ເຂົ້າ­ໃຈຄຳເວົ້າຂອງເຮົາ ນັ້ນເປັນເພາະພວກທ່ານທົນຟັງຖ້ອຍຄຳຂອງເຮົາບໍ່ໄດ້. 44ທ່ານທັງ­ຫລາຍມາຈາກພໍ່ຂອງທ່ານຄືມານ, ພວກທ່ານມີ­ໃຈຢາກເຮັດຕາມຄວາມປາດ­ຖະ­ໜາຂອງພໍ່ທ່ານ ມັນເປັນຜູ້ຂ້າຄົນຕັ້ງ­ແຕ່ເດີມມາແລ້ວ ແລະບໍ່ໄດ້ຕັ້ງຢູ່ໃນຄວາມຈິງ ເພາະໃນຕົວມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນ­ດານຂອງມັນເອງ ເພາະເປັນຜູ້ຕົວະແລະເປັນພໍ່ຂອງການຕົວະ.