1 line
996 B
Plaintext
1 line
996 B
Plaintext
\v 31 ພຣະເຢຊູກ່າວແກ່ພວກຢິວທີ່ເຊື່ອໃນພຣະອົງວ່າ, “ຖ້າພວກທ່ານຕັ້ງໝັ້ນຄົງຢູ່ໃນຖ້ອຍຄຳຂອງເຮົາ, ພວກທ່ານກໍເປັນສາວົກຂອງເຮົາຢ່າງແທ້ຈິງ. \v 32 ແລະທ່ານຈະຮູ້ຈັກຄວາມຈິງ, ແລະຄວາມຈິງນັ້ນຈະປົດປ່ອຍໃຫ້ພວກທ່ານເປັນອິດສະຫລະ.” \v 33 ພວກເຂົາຕອບພຣະອົງວ່າ, “ເຮົາເປັນເຊື້ອສາຍຂອງອັບຣາຮາມ, ແລະເຮົາບໍ່ເຄີຍເປັນຂ້ອຍຂ້າຂອງຜູ້ໃດຈັກເທື່ອ, ເປັນຫຍັງທ່ານຈຶ່ງເວົ້າວ່າ, ‘ທ່ານຈະເປັນອິດສະຫລະ?’” |