lo_jhn_text_ulb_l3/03/01.txt

1 line
823 B
Plaintext

\c 3 \v 1 ຂະນະນັ້ນ ມີຟາຣີຊາຍທີ່ເປັນຜູ້ນຳຊາວຢິວຄົນໜຶ່ງ ຊື່ນີໂກເດມ. \v 2 ຊາຍຄົນນີ້ມາຫາພຣະເຢຊູໃນເວລາກາງຄືນແລະເວົ້າກັບພຣະ­ອົງວ່າ, “ຮັບບີ, ພວກຂ້ານ້ອຍຮູ້ວ່າທ່ານເປັນອາຈານທີ່ມາຈາກພຣະເຈົ້າ, ເພາະບໍ່ມີຜູ້ໃດອາດສາມາດເຮັດການອັດສະຈັນເຫລົ່ານີ້ໄດ້ເຫມືອນທ່ານເຮັດຢູ່, ເວັ້ນແຕ່ຈາກພຣະເຈົ້າຈະຊົງສະຖິດຢູ່ກັບຜູ້ນັ້ນ.”