1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 42 \v 43 \v 44 42ພຣະເຢຊູຊົງກ່າວຕໍ່ເຂົາວ່າ, “ຖ້າພຣະເຈົ້າເປັນພຣະບິດາຂອງພວກທ່ານແລ້ວ ທ່ານກໍຈະຮັກເຮົາເພາະເຮົາມາຈາກພຣະເຈົ້າແລະມາເຖິງທີ່ນີ້ ເຮົາບໍ່ໄດ້ມາຕາມໃຈຊອບຂອງເຮົາເອງ ແຕ່ພຣະອົງໄດ້ຊົງໃຊ້ເຮົາມາ. 43ເຫດສັນໃດພວກທ່ານຈຶ່ງບໍ່ເຂົ້າໃຈຄຳເວົ້າຂອງເຮົາ ນັ້ນເປັນເພາະພວກທ່ານທົນຟັງຖ້ອຍຄຳຂອງເຮົາບໍ່ໄດ້. 44ທ່ານທັງຫລາຍມາຈາກພໍ່ຂອງທ່ານຄືມານ, ພວກທ່ານມີໃຈຢາກເຮັດຕາມຄວາມປາດຖະໜາຂອງພໍ່ທ່ານ ມັນເປັນຜູ້ຂ້າຄົນຕັ້ງແຕ່ເດີມມາແລ້ວ ແລະບໍ່ໄດ້ຕັ້ງຢູ່ໃນຄວາມຈິງ ເພາະໃນຕົວມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງ ເພາະເປັນຜູ້ຕົວະແລະເປັນພໍ່ຂອງການຕົວະ. |