1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 30 ເວລານັ້ນພຣະເຢຊູຍັງບໍ່ໄດ້ເຂົ້າໄປໃນໝູ່ບ້ານ ແຕ່ຍັງຢູ່ບ່ອນທີ່ມາທາໄດ້ພົບພຣະອົງ. \v 31 ເມື່ອພວກຢິວ, ທີ່ຢູ່ໃນເຮືອນກັບນາງແລະກຳລັງເລົ້າໂລມລາວຢູ່ນັ້ນ, ໄດ້ເຫັນມາຣິອາຟ້າວລຸກຂຶ້ນອອກໄປຢ່າງໄວວາ, ພວກເຂົາຈຶ່ງຕາມນາງໄປ ເພາະນຶກວ່ານາງກຳລັງຈະໄປຮ້ອງໄຫ້ທີ່ອຸບໂມງ. \v 32 ເມື່ອນາງມາຣີອາມາເຖິງບ່ອນທີ່ພຣະເຢຊູປະທັບຢູ່ແລະເຫັນພຣະອົງ, ນາງຈຶ່ງຂາບລົງທີ່ພຣະບາດຂອງພຣະອົງແລະທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຖ້າພຽງແຕ່ພຣະອົງຢູ່ທີ່ນີ້, ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ.” |