1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 17 ພຣະອົງໄດ້ກ່າວກັບເປໂຕເທື່ອທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາບໍ?” ເປໂຕເສັຽໃຈຫລາຍທີ່ພຣະເຢຊູເຈົ້າຊົງຖາມທ່ານເທື່ອທີສາມວ່າ, “ເຈົ້າຮັກເຮົາບໍ?” ເປໂຕຈິ່ງທູນຕອບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງຊາບທຸກສິ່ງ ພຣະອົງຊົງຮູ້ດີວ່າຂ້ານ້ອຍຮັກພຣະອົງ” ພຣະເຢຊູເຈົ້າໄດ້ກ່າວສັ່ງກັບເຂົາວ່າ, “ຈົ່ງລ້ຽງດູແກະຂອງເຮົາເຖີດ. \v 18 ເຮົາບອກໃນຄວາມຈິງ, ຕາມຈິງແກ່ທ່ານວ່າ, ເມື່ອທ່ານຍັງຫນຸ່ມ, ທ່ານກໍຄາດແອວຂອງທ່ານ ແລະ ຍ່າງທຽວໄປມາໃສຕາມໃຈເຈົ້າມັກ, ແຕ່ເມື່ອເຖົ້າແລ້ວ, ທ່ານຈະຢຽດມືອອກ, ແລະ ຈະມີຄົນອື່ນມາຄາດແອວທ່ານ ແລະ ຈູງພາໄປບ່ອນເຈົ້າບໍ່ປາຖນາຈະໄປ.” |