lo_jhn_text_ulb_l3/20/19.txt

1 line
927 B
Plaintext

\v 19 ຄ່ຳວັນນັ້ນເປັນວັນອາທິດ, ເມື່ອສາ­ວົກອັດປະ­ຕູຫ້ອງທີ່ເຂົາຢູ່ເພາະຢ້ານພວກຢິວ, ພຣະ­ເຢຊູເຈົ້າກໍສະ­ເດັດເຂົ້າມາ ແລະ ຊົງຢືນຢູ່ທ່າມ­ກາງພວກເຂົາ ແລະ ກ່າວວ່າ, “ສັນ­ຕິສຸກຈົ່ງດຳລົງຢູ່ກັບທ່ານທັງຫລາຍ.” \v 20 ເມື່ອພຣະ­ອົງກ່າວດັ່ງ­ນັ້ນແລ້ວ, ພຣະ­ອົງຊົງໃຫ້ເຂົາເບິ່ງພຣະ­ຫັດ ແລະ ຂ້າງຂອງພຣະ­ອົງ. ເມື່ອພວກສາ­ວົກເຫັນອົງພຣະ­ຜູ້­ເປັນ­ເຈົ້າແລ້ວກໍມີຄວາມຍິນ­ດີ.