lo_jhn_text_ulb_l3/19/23.txt

1 line
1.1 KiB
Plaintext

\v 23 ເມື່ອພວກທະ­ຫານຄຶງພຣະ­ເຢຊູໄວ້ທີ່ໄມ້ກາງແຂນແລ້ວ, ພວກເຂົາກໍເອົາເຄື່ອງຊົງຂອງພຣະ­ອົງມາແບ່ງເປັນສີ່ພູດ, ໃຫ້ປັນກັນຜູ້ລະພູດ, ແຕ່ເອົາເສື້ອຊັ້ນໃນພຣະ­ອົງຊຶ່ງບໍ່ມີດູກ ຕໍ່າເປັນຜືນດຽວທັງຜືນ. \v 24 ສະນັ້ນພວກເຂົາຈຶ່ງປຶກສາກັນວ່າ, “ເຮົາຢ່າຈີກແບ່ງກັນເທາະ ແຕ່ໃຫ້ຈົກສະ­ຫລາກກັນ ຈະຮູ້ວ່າໃຜຈະໄດ້.” ທັງນີ້ເພື່ອໃຫ້ເປັນໄປຕາມຂໍ້ພຣະ­ຄັມພີທີ່ຂຽນໄວ້ວ່າ, “ເສື້ອຜ້າຂອງຂ້າພຣະ­ອົງເຂົາແບ່ງກັນ ແລະ ເສື້ອຂອງຂ້າພຣະ­ອົງເຂົາຈົກສະ­ຫລາກກັນ.”