|
\v 17 ແລ້ວພວກເຂົາຈຶ່ງພາພຣະເຢຊູເຈົ້າອອກໄປ ແລະ ໃຫ້ພຣະອົງຊົງແບກເອົາໄມ້ກາງແຂນຂອງພຣະອົງ, ເພື່ອສະເດັດໄປເຖິງບ່ອນທີ່ເອີ້ນວ່າ "ກະໂຫລກຫົວ" ພາສາເຮັບເຣີເອີ້ນວ່າໂຄລະໂຄທາ. \v 18 ທີ່ນັ້ນພວກເຂົາໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນກັບອີກສອງຄົນ ຄົນລະຂ້າງ, ໂດຍມີພຣະເຢຊູຊົງຢູ່ທາງກາງ. |