1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 4 ແລ້ວປີລາດກໍອອກໄປດ້ານນອກອີກ ແລະ ໄດ້ກ່າວກັບພວກເຂົາວ່າ, “ເບິ່ງແມ, ເຮົາພາຄົນນີ້ອອກມອບໃຫ້ພວກທ່ານ ເພາະຮູ້ວ່າເຮົາບໍ່ເຫັນຄວາມຜິດຈັກປະການໃນຕົວເພິ່ນເລີຍ.” \v 5 ພຣະເຢຊູເຈົ້າຈຶ່ງສະເດັດອອກມາ, ສວມພວງມະລັຍທີ່ເຮັດດ້ວຍເຄືອຫນາມນັ້ນ ແລະ ຊົງຄຸມດ້ວຍເສື້ອສີມ່ວງ. ປີລາດກ່າວກັບພວກເຂົາວ່າ, “ເບິ່ງຊາຍຄົນນີ້ແມ!” \v 6 ເມື່ອພວກຫົວຫນ້າປະໂລຫິດ ແລະ ພວກເຈົ້າຫນ້າທີ່ໄດ້ເຫັນພຣະອົງເຂົາກໍໂຮ່ຮ້ອງຂຶ້ນວ່າ, “ຄຶງມັນ, ຄຶງມັນເສັຽ!” ປີລາດກ່າວກັບເຂົາວ່າ, “ພວກເຈົ້າຈົ່ງພາເຂົາໄປຄຶງເອົາເອງ, ເພາະຝ່າຍເຮົາບໍ່ເຫັນວ່າເຂົາມີຄວາມຜິດເລີຍ.” |