lo_jhn_text_ulb_l3/18/22.txt

1 line
930 B
Plaintext

\v 22 ເມື່ອພຣະ­ອົງຊົງກ່າວຢ່າງນັ້ນແລ້ວ, ເຈົ້າໜ້າ­ທີ່ຄົນຫນຶ່ງທີ່ຢືນຢູ່ທີ່ນັ້ນໄດ້ຕົບພຣະ­ພັກພຣະ­ເຢຊູແລ້ວກ່າວວ່າ, “ເຈົ້າຕອບມະ­ຫາປະ­ໂລ­ຫິດຢ່າງນັ້ນຫລື?” \v 23 ພຣະ­ເຢຊູຕອບລາວວ່າ, “ຖ້າເຮົາເວົ້າຜິດ, ກໍຈົ່ງເປັນພະ­ຍານໃນສິ່ງທີ່ຜິດນັ້ນ, ແຕ່ຖ້າເຮົາເວົ້າຖືກ, ທ່ານຕົບເຮົາເຮັດຫຍັງ?” \v 24 ອັນ­ນາຈຶ່ງໃຫ້ພາພຣະເຢຊູເຊິ່ງຖືກມັດຢູ່ນັ້ນໄປຫາກາ­ຢະ­ຟາມະ­ຫາປະ­ໂລ­ຫິດ.