1 line
1.1 KiB
Plaintext
1 line
1.1 KiB
Plaintext
\c 18 \v 1 ເມື່ອພຣະເຢຊູກ່າວຢ່າງນີ້ແລ້ວ, ພຣະອົງສະເດັດອອກໄປກັບພວກສາວົກຂອງພຣະອົງຂ້ວາມຫ້ວຍກິດໂຣນ, ໄປເຖິງສວນແຫ່ງໜຶ່ງ ພຣະອົງສະເດັດເຂົ້າໄປໃນສວນນັ້ນກັບພວກສາວົກ. \v 2 ຢູດາ, ຜູ້ທີ່ຈະທໍຣະຍົດພຣະອົງກໍຮູ້ຈັກບ່ອນນັ້ນເໝືອນກັນ, ເພາະວ່າພຣະເຢຊູກັບພວກສາວົກເຄີຍມາພົບກັນທີ່ນັ້ນ ຫລາຍເທື່ອແລ້ວ. \v 3 ຢູດາພາພວກທະຫານທີ່ມາຈາກພວກຫົວໜ້າປະໂລຫິດ ແລະພວກຟາຣີຊາຍແລະພວກເຈົ້າໜ້າທີ່ ພວກເຂົາຖືໂຄມ, ຖືກະບອງ, ແລະອາວຸດໄປທີ່ນັ້ນ. |