lo_jhn_text_ulb_l3/14/28.txt

1 line
1.4 KiB
Plaintext

\v 28 ທ່ານໄດ້ຍິນໃນສິ່ງທີ່ເຮົາກ່າວແກ່ທ່ານວ່າ, ‘ເຮົາຈະຈາກໄປແລະເຮົາຈະກັບມາຫາພວກທ່ານອີກ’ ຖ້າທ່ານຮັກເຮົາ, ທ່ານຈະຊົມ­ຊື່ນຍິນ­ດີເພາະເຮົາຈະໄປຫາພຣະບິດາ, ເພາະພຣະ­ບິ­ດາຊົງຍິ່ງໃຫຍ່ກວ່າເຮົາ. \v 29 ດຽວນີ້ເຮົາໄດ້ບອກສິ່ງນີ້ແກ່ທ່ານກ່ອນທີ່ຈະເກີດຂຶ້ນ, ເພາະວ່າເມື່ອເຫດ­ການເຫລົ່ານີ້ເກີດຂຶ້ນ, ທ່ານຈະເຊື່ອ. \v 30 ຕັ້ງ­ແຕ່ນີ້ໄປເຮົາຈະບໍ່ສົນ­ທະນາຫລາຍກັບພວກທ່ານ, ເພາະວ່າຜູ້ປົກ­ຄອງໂລກຈະມາ. ຜູ້ນັ້ນບໍ່ມີສິດອັນໃດກ່ຽວກັບເຮົາ, \v 31 ແຕ່ເຮົາໄດ້ເຮັດຕາມທີ່ພຣະ­ບິ­ດາໄດ້ຊົງບັນ­ຊາ, ເພື່ອໂລກຈະໄດ້ຮູ້ວ່າເຮົາຮັກພຣະ­ບິ­ດາ. ໃຫ້ພວກເຮົາພາ­ກັນຈາກທີ່ນີ້ໄປເທາະ.”