lo_jhn_text_ulb_l3/14/25.txt

1 line
1019 B
Plaintext

\v 25 ເຮົາໄດ້ກ່າວສິ່ງເຫລົ່ານີ້ແກ່ທ່ານ, ໃນຂະນະທີ່ເຮົາຍັງຢູ່ກັບທ່ານ. \v 26 ແຕ່ພຣະ­ຜູ້­ຊ່ອຍຄືພຣະ­ວິນ­ຍານ­ບໍ­ຣິສຸດຜູ້ທີ່ພຣະບິ­ດາຈະສົ່ງມາໃນນາມຂອງເຮົາ ພຣະອົງຈະຊົງສອນທ່ານທັງຫລາຍໃນທຸກສິ່ງ ແລະຈະເຮັດໃຫ້ທ່ານຣະ­ນຶກເຖິງທຸກສິ່ງທີ່ເຮົາໄດ້ເວົ້າໄວ້ແກ່ທ່ານ. \v 27 ເຮົາມອບສັນຕິສຸກໄວ້ກັບທ່ານ; ຄືສັນຕິສຸກຂອງເຮົາ. ບໍ່ແມ່ນສັນຕິສຸກເໝືອນຢ່າງທີ່ໂລກໃຫ້. ຢ່າໃຫ້ໃຈຂອງທ່ານຕ້ອງທຸກແລະຢ່າຢ້ານເລີຍ.