lo_jhn_text_ulb_l3/13/12.txt

1 line
1.4 KiB
Plaintext

\v 12 ເມື່ອພຣະ­ອົງໄດ້ລ້າງຕີນໃຫ້ພວກສາວົກຂອງພຣະອົງສຳເລັດ ແລະ ເອົາເສື້ອທົງຊັ້ນນອກຂອງພຣະອົງມາໃສ່ແລະນັ່ງລົງອີກຄັ້ງ, ພຣະອົງກ່າວແກ່ພວກເຂົາວ່າ, “ທ່ານຮູ້ບໍວ່າເຮັດໄດ້ເຮັດອັນໃດໃຫ້ກັບພວກທ່ານ? \v 13 ທ່ານເອີ້ນເຮົາວ່າ 'ອາ­ຈານ' ແລະ 'ອົງພຣະຜູ້ເປັນເຈົ້າ,' ທ່ານເອີ້ນຖືກແລ້ວ, ເພາະເຮົາຄືຜູ້ນັ້ນແຫລະ. \v 14 ຖ້າເຊັ່ນນັ້ນ ຫາກເຮົາຊຶ່ງເປັນອົງພຣະຜູ້ເປັນເຈົ້າແລະອາ­ຈານຂອງທ່ານ ໄດ້ລ້າງຕີນຂອງທ່ານ, ທ່ານກໍຄວນຈະລ້າງຕີນຂອງກັນແລະກັນດ້ວຍ. \v 15 ເພາະເຮົາໄດ້ວາງແບບຢ່າງໃຫ້ພວກທ່ານເພື່ອທ່ານຈະໄດ້ປະຕິບັດເຊັ່ນດຽວກັນ ກັບທີ່ເຮົາໄດ້ເຮັດໃຫ້ກັບທ່ານ.