\v 24 ເມື່ອຝູງປະຊາຊົນເຫັນວ່າພຣະເຢຊູແລະພວກສາວົກຂອງພຣະອົງບໍ່ໄດ້ຢູ່ທີ່ນັ້ນ, ພວກເຂົາຈຶ່ງຂຶ້ນເຮືອແລະໄປຍັງເມືອງ ກາເປນາອູມ ເພື່ອຊອກຫາພຣະເຢຊູ. \v 25 ເມື່ອພວກເຂົາພົບພຣະອົງອີກຟາກຂອງທະເລສາບ, ພວກເຂົາທູນພຣະອົງວ່າ, “ຣັບບີ, ທ່ານມາທີ່ນີ້ເມື່ອໃດ?”