|
\v 21 ພຣະເຢຊູກ່າວກັບນາງວ່າ, “ຈົ່ງເຊື່ອເຮົາເທາະ, ຍິງເອີຍ, ເວລານັ້ນມາເຖິງ ເມື່ອເຈົ້າຈະນະມັດສະການພຣະບິດາບໍ່ໄດ້ໃນທີ່ພູນີ້ ຫລື ທີ່ກຸງເຢຣູຊາເລັມ. \v 22 ເຈົ້ານະມັດສະການໃນສິ່ງທີ່ເຈົ້າບໍ່ຮູ້ຈັກ. ເຮົານະມັດສະການສິ່ງທີ່ເຮົາຮູ້ຈັກ, ເພາະຄວາມລອດພົ້ນນັ້ນມາຈາກຄົນຢິວ. |