Thu Sep 26 2019 06:41:56 GMT+0700 (SE Asia Standard Time)
This commit is contained in:
parent
3570e3a738
commit
b7115fa164
|
@ -1 +1 @@
|
|||
30ອັນໜຶ່ງພຣະເຢຊູໄດ້ຊົງເຮັດໝາຍສຳຄັນອື່ນ ອີກຫລາຍປະການ ຕໍ່ໜ້າພວກສາວົກເຫລົ່ານັ້ນ ຊຶ່ງບໍ່ໄດ້ຈົດໄວ້ໃນໜັງສືເຫລັ້ມນີ້. 31ແຕ່ທີ່ໄດ້ຈົດເຫດການເຫລົ່ານີ້ໄວ້ ກໍເພື່ອທ່ານທັງຫລາຍຈະໄດ້ເຊື່ອວ່າ ພຣະເຢຊູຊົງເປັນພຣະຄຣິດພຣະບຸດຂອງພຣະເຈົ້າ ແລະເມື່ອມີຄວາມເຊື່ອແລ້ວທ່ານ ກໍມີຊີວິດໂດຍພຣະນາມຂອງພຣະອົງ.
|
||||
\v 30 \v 31 30ອັນໜຶ່ງພຣະເຢຊູໄດ້ຊົງເຮັດໝາຍສຳຄັນອື່ນ ອີກຫລາຍປະການ ຕໍ່ໜ້າພວກສາວົກເຫລົ່ານັ້ນ ຊຶ່ງບໍ່ໄດ້ຈົດໄວ້ໃນໜັງສືເຫລັ້ມນີ້. 31ແຕ່ທີ່ໄດ້ຈົດເຫດການເຫລົ່ານີ້ໄວ້ ກໍເພື່ອທ່ານທັງຫລາຍຈະໄດ້ເຊື່ອວ່າ ພຣະເຢຊູຊົງເປັນພຣະຄຣິດພຣະບຸດຂອງພຣະເຈົ້າ ແລະເມື່ອມີຄວາມເຊື່ອແລ້ວທ່ານ ກໍມີຊີວິດໂດຍພຣະນາມຂອງພຣະອົງ.
|
|
@ -0,0 +1 @@
|
|||
\c 21 \v 1 \v 2 \v 3 1ຕໍ່ມາ, ພຣະເຢຊູໄດ້ຊົງສະແດງພຣະອົງແກ່ພວກສາວົກອີກທີ່ທະເລຕີເບເຣຍພຣະອົງຊົງສະແດງພຣະອົງຢ່າງນີ້ຄື. 2ພວກທີ່ຢູ່ພ້ອມກັນມີຊີໂມນເປໂຕ, ໂທມາທີ່ເອີ້ນວ່າແຝດ, ນະທານາເອັນໄທບ້ານການາແຂວງຄາລີເລ, ລູກຊາຍທັງສອງຂອງເຊເບດາຍ ແລະສາວົກຂອງພຣະອົງອີກສອງຄົນ. 3ຊີໂມນເປໂຕບອກເຂົາວ່າ, “ຂ້ອຍຈະໄປຫາປາ” ຝ່າຍເຂົາຈຶ່ງຕອບວ່າ, “ພວກເຮົາຈະໄປນຳເຈົ້າດ້ວຍ” ແລ້ວເຂົາກໍອອກໄປລົງເຮືອ ແຕ່ໃນຄືນນັ້ນເຂົາບໍ່ໄດ້ປາຈັກໂຕ.
|
|
@ -0,0 +1 @@
|
|||
\v 4 \v 5 \v 6 4ເມື່ອກຳລັງຮຸ່ງເຊົ້າພຣະເຢຊູປະທັບຢືນຢູ່ທີ່ຝັ່ງ ແຕ່ພວກສາວົກບໍ່ຮູ້ວ່າແມ່ນພຣະເຢຊູ. 5ພຣະອົງຊົງຖາມເຂົາວ່າ, “ລູກເອີຍ, ພວກເຈົ້າມີຂອງກິນບໍ່” ເຂົາທູນຕອບວ່າ, “ບໍ່ມີ” 6ພຣະອົງຊົງກ່າວກັບເຂົາວ່າ “ຈົ່ງຖິ້ມມອງລົງເບື້ອງຂວາເຮືອແລ້ວຈະໄດ້ປາ” ເຂົາຈຶ່ງຖິ້ມມອງລົງແລະຖືກປາຫລາຍ ຈົນດຶງຂຶ້ນບໍ່ໄດ້ເພາະເຫລືອແຮງ.
|
|
@ -0,0 +1 @@
|
|||
\v 7 \v 8 \v 9 7ສາວົກທີ່ພຣະເຢຊູຊົງຮັກໄດ້ບອກເປໂຕວ່າ, “ແມ່ນອົງພຣະຜູ້ເປັນເຈົ້າແຫລະ” ເມື່ອຊີໂມນເປໂຕໄດ້ຍິນວ່າເປັນອົງພຣະຜູ້ເປັນເຈົ້າທ່ານໄດ້ຈັບເອົາເສື້ອມານຸ່ງເພາະເປືອຍໂຕຢູ່ ແລ້ວກໍໂຕນລົງນ້ຳ. 8ແຕ່ພວກສາວົກອື່ນ ນັ້ນໄດ້ເອົາເຮືອນ້ອຍລາກມອງທີ່ຖືກປາມາ ເພາະເຂົາບໍ່ຢູ່ໄກຈາກຝັ່ງ ໄກປະມານສອງຮ້ອຍສອກເທົ່ານັ້ນ. 9ເມື່ອເຂົາຂຶ້ນຝັ່ງແລ້ວກໍເຫັນຖ່ານຕິດໄຟຢູ່ ພ້ອມທັງມີປາແລະເຂົ້າຈີ່ຂາງຢູ່.
|
|
@ -0,0 +1 @@
|
|||
\v 10 \v 11 10ພຣະເຢຊູຊົງບອກເຂົາວ່າ, “ປາທີ່ພວກເຈົ້າຫາໄດ້ມື້ກີ້ນີ້ຈົ່ງເອົາມາບາງໂຕ.” 11ຊີໂມນເປໂຕຈຶ່ງເຂົ້າໃນເຮືອດຶງມອງຂຶ້ນຝັ່ງ ແລະມີປາໃຫຍ່ເຕັມຢູ່ຈຳນວນ 153 ໂຕ ເຖິງວ່າມີປາຫລາຍປານນັ້ນມອງກໍບໍ່ຂາດ.
|
|
@ -0,0 +1 @@
|
|||
\v 12 \v 13 \v 14 12ພຣະເຢຊູຊົງບອກເຂົາວ່າ, “ພາກັນມາປັ້ນເຂົ້າເທາະ” ໃນພວກສາວົກບໍ່ມີໃຜກ້າຖາມພຣະອົງວ່າ, “ທ່ານຄືໃຜ” ເພາະເຂົາຮູ້ຢູ່ວ່າຜູ້ນີ້ແຫລະ, ເປັນອົງພຣະຜູ້ເປັນເຈົ້າ. 13ພຣະເຢຊູຊົງເຂົ້າມາຈັບເອົາເຂົ້າຈີ່ແຈກໃຫ້ເຂົາ ແລະເອົາປາແຈກໃຫ້ເໝືອນກັນ. 14ນີ້ເປັນເທື່ອທີສາມທີ່ພຣະເຢຊູຊົງສະແດງພຣະອົງແກ່ພວກສາວົກ ຫລັງຈາກທີ່ພຣະອົງຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ.
|
|
@ -0,0 +1 @@
|
|||
\v 15 \v 16 15ເມື່ອເຂົາປັ້ນເຂົ້າແລ້ວພຣະເຢຊູຊົງກ່າວກັບຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລາຍກວ່າເຫລົ່ານີ້ຫລື” ເປໂຕທູນວ່າ “ໂດຍພຣະອົງເຈົ້າເອີຍ, ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ” ພຣະອົງຊົງສັ່ງເປໂຕວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເນີ.” 16ພຣະອົງຊົງກ່າວກັບເປໂຕເປັນເທື່ອທີສອງວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລື” ເປໂຕທູນຕອບວ່າ, “ໂດຍພຣະອົງເຈົ້າເອີຍ, ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ” ພຣະອົງຊົງສັ່ງທ່ານວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເນີ.”
|
|
@ -0,0 +1 @@
|
|||
\v 17 \v 18 17ພຣະອົງຊົງກ່າວກັບເປໂຕເປັນເທື່ອທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກແພງເຮົາຫລື” ເປໂຕກໍເປັນທຸກໃຈທີ່ພຣະອົງຊົງຖາມທ່ານເທື່ອທີສາມວ່າ, “ເຈົ້າຮັກແພງເຮົາຫລື” ເປໂຕຈິ່ງທູນຕອບວ່າ, “ພຣະອົງເຈົ້າເອີຍ, ພຣະອົງຊົງຊາບທຸກສິ່ງ ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ”ພຣະເຢຊູຊົງສັ່ງທ່ານວ່າ, “ຈົ່ງລ້ຽງແກະຂອງເຮົາເນີ. 18ເຮົາບອກແກ່ເຈົ້າຕາມຄວາມຈິງວ່າ ເມື່ອເຈົ້າຍັງໜຸ່ມເຈົ້າເຄີຍຄາດແອວຂອງເຈົ້າເອງ ແລະທຽວໄປມາໃສໄດ້ຕາມໃຈເຈົ້າມັກ ແຕ່ເມື່ອເຈົ້າເຖົ້າແລ້ວ, ເຈົ້າຈະຢຽດມືຂອງເຈົ້າອອກ ແລະຄົນອື່ນຈະຄາດແອວໃຫ້ແລະພາໄປບ່ອນເຈົ້າບໍ່ຢາກໄປ.”
|
Loading…
Reference in New Issue