Wed Sep 11 2019 20:36:42 GMT+0700 (SE Asia Standard Time)
This commit is contained in:
parent
03f418003c
commit
8060560d27
|
@ -0,0 +1 @@
|
|||
\v 5 \v 6 \v 7 5(ເພາະວ່າເຖິງແມ່ນພວກນ້ອງຊາຍຂອງພຣະອົງກໍບໍ່ເຊື່ອໃນພຣະອົງ.) 6ພຣະເຢຊູຊົງບອກເຂົາວ່າ, “ເວລາກຳນົດຂອງເຮົາຍັງບໍ່ເຖິງເທື່ອ ແຕ່ເວລາຂອງພວກເຈົ້າກໍມີຢູ່ສະເໝີ. 7ໂລກຈະກຽດຊັງພວກເຈົ້າບໍ່ໄດ້ແຕ່ວ່າມັນຊັງເຮົາ ເພາະເຮົາເປັນພະຍານວ່າກິດຈະການຂອງໂລກນັ້ນຊົ່ວຮ້າຍ.
|
|
@ -0,0 +1 @@
|
|||
\v 8 \v 9 8ພວກເຈົ້າຈົ່ງຂຶ້ນໄປໃນເທດສະການນັ້ນເສຍ ຝ່າຍເຮົາຍັງບໍ່ຂຶ້ນໄປໃນເທດສະການນັ້ນເພາະວ່າຍັງບໍ່ເຖິງກຳນົດເວລາຂອງເຮົາ.” 9ເມື່ອຊົງກ່າວດັ່ງນັ້ນແລ້ວພຣະອົງກໍຍັງໄດ້ປະທັບຢູ່ໃນແຂວງຄາລີເລຕໍ່ໄປ.
|
|
@ -0,0 +1 @@
|
|||
\v 10 \v 11 10ແຕ່ເມື່ອພວກນ້ອງຂອງພຣະອົງຂຶ້ນໄປໃນງານເທດສະການນັ້ນແລ້ວ ພຣະອົງກໍສະເດັດຕາມຂຶ້ນໄປເໝືອນກັນ ແຕ່ສະເດັດໄປທາງລັບບໍ່ເປີດເຜີຍ. 11ເຫດສັນນັ້ນພວກຢິວໄດ້ຊອກຫາພຣະອົງໃນເທດສະການນັ້ນແລະຖາມວ່າ, “ຄົນຜູ້ນັ້ນຢູ່ໃສ.”
|
|
@ -0,0 +1 @@
|
|||
\v 12 \v 13 12ສ່ວນປະຊາຊົນກໍຊິ່ມກັນຫລາຍເວົ້າເຖິງເລື່ອງພຣະອົງ ລາງຄົນເວົ້າວ່າ, “ເປັນຄົນດີ” ແຕ່ຄົນອື່ນວ່າ, “ບໍ່ແມ່ນ ແຕ່ເພິ່ນເຮັດໃຫ້ປະຊາຊົນຫລົງຜິດໄປ.” 13ແຕ່ເຖິງປານນັ້ນບໍ່ມີໃຜກ້າເວົ້າເຖິງພຣະອົງຢ່າງເປີດເຜີຍເພາະຢ້ານພວກຢິວ.
|
|
@ -0,0 +1 @@
|
|||
\v 14 \v 15 \v 16 14ຄັນເຖິງເຄີ່ງເທດສະການນັ້ນແລ້ວ ພຣະເຢຊູໄດ້ສະເດັດຂຶ້ນໄປຍັງບໍລິເວນພຣະວິຫານແລະຊົງສັ່ງສອນ. 15ພວກຢິວພາກັນປະຫລາດໃຈເວົ້າກັນວ່າ, “ຄົນຜູ້ນີ້ມີຄວາມຮູ້ມາແຕ່ໃສເມື່ອບໍ່ໄດ້ຮ່ຳຮຽນ.” 16ພຣະເຢຊູຊົງຕອບເຂົາວ່າ, “ຄຳສອນຂອງເຮົາບໍ່ແມ່ນຂອງເຮົາເອງ ແຕ່ເປັນຂອງພຣະອົງຜູ້ຊົງໃຊ້ເຮົາມາ.
|
|
@ -0,0 +1 @@
|
|||
\v 17 \v 18 17ຖ້າຜູ້ໃດເຕັມໃຈຍອມເຮັດຕາມພຣະໄທຂອງພຣະອົງ ຜູ້ນັ້ນກໍຈະຮູ້ວ່າຄຳສອນນັ້ນມາຈາກພຣະເຈົ້າ ຫລືວ່າເຮົາປາກຕາມໃຈຊອບຂອງເຮົາເອງ. 18ຜູ້ໃດປາກຕາມໃຈຊອບຂອງຕົນເອງ ຜູ້ນັ້ນກໍສະແຫວງກຽດສຳລັບຕົນເອງ ແຕ່ຜູ້ທີ່ສະແຫວງກຽດໃຫ້ພຣະອົງຜູ້ຊົງໃຊ້ຕົນມາ ຜູ້ນັ້ນແຫລະ, ເປັນຄົນຈິງ ແລະບໍ່ມີອະທຳໃນຕົວ.
|
|
@ -0,0 +1 @@
|
|||
\v 19 \v 20 19ໂມເຊໄດ້ໃຫ້ພຣະບັນຍັດແກ່ທ່ານທັງຫລາຍບໍ່ແມ່ນຫລື ແລະໃນພວກທ່ານບໍ່ມີຜູ້ໃດຈັກຄົນເຮັດຕາມພຣະບັນຍັດນັ້ນ ທ່ານທັງຫລາຍຊອກຫາຈະຂ້າເຮົາເຮັດຫຍັງ.”
|
Loading…
Reference in New Issue