Mon Sep 23 2019 09:02:18 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-09-23 09:02:19 +07:00
parent 9999beb4cc
commit 61d4abc753
8 changed files with 8 additions and 0 deletions

1
14/01.txt Normal file
View File

@ -0,0 +1 @@
\c 14 \v 1 \v 2 \v 3 1“ຢ່າໃຫ້ໃຈຂອງທ່ານທັງ­ຫລາຍວຸ້ນ­ວາຍໄປ ຈົ່ງໄວ້ວາງ­ໃຈໃນພຣະ­ເຈົ້າແລະໄວ້ວາງ­ໃຈໃນເຮົາເໝືອນກັນ. 2ໃນຜາ­ສາດພຣະ­ບິ­ດາຂອງເຮົາມີທີ່­ຢູ່ຫລາຍບ່ອນ ຖ້າບໍ່ມີເຮົາຄົງໄດ້ບອກພວກທ່ານແລ້ວ ເພາະເຮົາໄປຈັດແຈງບ່ອນໄວ້ສຳ­ລັບທ່ານທັງ­ຫລາຍ. 3ເມື່ອເຮົາໄປຈັດແຈງບ່ອນໄວ້ສຳ­ລັບພວກທ່ານແລ້ວ ເຮົາຈະກັບມາອີກຮັບທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດພວກທ່ານຈະຢູ່ທີ່ນັ້ນເໝືອນກັນ.

1
14/04.txt Normal file
View File

@ -0,0 +1 @@
\v 4 \v 5 \v 6 \v 7 4ແລະທ່ານຮູ້­ຈັກທາງທີ່ເຮົາຈະໄປນັ້ນ.” 5ໂທ­ມາທູນພຣະ­ອົງວ່າ, “ນາຍເຈົ້າເອີຍ, ພວກຂ້າ­ນ້ອຍບໍ່ຮູ້ວ່າທ່ານຈະໄປໃສ ພວກຂ້າ­ນ້ອຍຈະຮູ້­ຈັກທາງນັ້ນດ້ວຍຢ່າງ­ໃດ.” 6ພຣະ­ເຢຊູຊົງຕອບລາວວ່າ, “ເຮົານີ້ແຫລະ, ເປັນທາງນັ້ນ, ເປັນ­ຄວາມຈິງ, ແລະ ເປັນຊີ­ວິດ ບໍ່ມີຜູ້ໃດມາເຖິງພຣະ­ບິ­ດາໄດ້ນອກ­ຈາກຈະມາທາງເຮົາ. 7ຖ້າທ່ານທັງ­ຫລາຍຮູ້­ຈັກເຮົາແລ້ວ ທ່ານກໍຄົງຮູ້­ຈັກພຣະ­ບິ­ດາຂອງເຮົາເໝືອນກັນ ຕັ້ງ­ແຕ່ນີ້ໄປທ່ານທັງ­ຫລາຍກໍຮູ້­ຈັກພຣະ­ອົງ ແລະໄດ້ເຫັນພຣະ­ອົງ.”

1
14/08.txt Normal file
View File

@ -0,0 +1 @@
\v 8 \v 9 8ຟີ­ລິບທູນພຣະ­ອົງວ່າ, “ນາຍເຈົ້າເອີຍ, ຂໍສະ­ແດງພຣະ­ບິ­ດາໃຫ້ຂ້າ­ນ້ອຍທັງ­ຫລາຍໄດ້ເຫັນ ພວກຂ້າ­ນ້ອຍກໍຈະພໍ­ໃຈແລ້ວ.” 9ພຣະ­ເຢຊູຊົງຕອບວ່າ, “ຟີ­ລິບເອີຍ, ເຮົາໄດ້ຢູ່ກັບພວກທ່ານເຫິງມາເຖິງພຽງນີ້ ແລະພວກທ່ານຍັງບໍ່ຮູ້­ຈັກເຮົາອີກຫລື ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະ­ບິ­ດາ ເປັນສັນ­ໃດທ່ານຈຶ່ງກ່າວວ່າ, ‘ຂໍສະ­ແດງພຣະ­ບິ­ດາໃຫ້ພວກຂ້າ­ນ້ອຍເຫັນ.

1
14/10.txt Normal file
View File

@ -0,0 +1 @@
\v 10 \v 11 10ທ່ານບໍ່ເຊື່ອຫລືວ່າເຮົານີ້ຢູ່ໃນພຣະ­ບິ­ດາ ແລະພຣະ­ບິ­ດາຊົງຢູ່ໃນເຮົາ ຖ້ອຍຄຳທີ່ເຮົາກ່າວແກ່ທ່ານທັງ­ຫລາຍນັ້ນເຮົາບໍ່ໄດ້ກ່າວໂດຍລຳ­ພັງເຮົາເອງ ແຕ່ພຣະ­ບິ­ດາຜູ້ຊົງສະ­ຖິດຢູ່ໃນເຮົາໄດ້ຊົງກະ­ທຳພຣະ­ລາ­ຊະ­ກິດຂອງພຣະ­ອົງ. 11ຈົ່ງເຊື່ອເຮົາວ່າເຮົາຢູ່ໃນພຣະ­ບິ­ດາແລະພຣະ­ບິ­ດາຊົງຢູ່ໃນເຮົາ ຖ້າບໍ່ດັ່ງ­ນັ້ນກໍຈົ່ງເຊື່ອເພາະກິດ­ຈະ­ການເຫລົ່າ­ນັ້ນ.

1
14/12.txt Normal file
View File

@ -0,0 +1 @@
\v 12 \v 13 \v 14 12“ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຜູ້ທີ່ເຊື່ອໃນເຮົາກໍຈະເຮັດກິດ­ຈະ­ການທີ່ເຮົາເຮັດຢູ່ນັ້ນເໝືອນກັນ ແລະຜູ້ນັ້ນຈະເຮັດການໃຫຍ່ກວ່ານັ້ນອີກ ເພາະ­ວ່າຝ່າຍເຮົາໄປເຖິງພຣະ­ບິ­ດາ. 13ສິ່ງໃດທີ່ທ່ານທັງ­ຫລາຍຈະຂໍໃນນາມຂອງເຮົາ ເຮົາກໍຈະເຮັດສິ່ງນັ້ນເພື່ອວ່າພຣະ­ບິ­ດາຈະຊົງຮັບກຽດ­ຕິ­ຍົດດ້ວຍພຣະ­ບຸດ. 14ຖ້າທ່ານທັງ­ຫລາຍຂໍສິ່ງໃດກັບເຮົາໃນນາມຂອງເຮົາ ຝ່າຍເຮົາກໍຈະເຮັດສິ່ງນັ້ນ.

1
14/15.txt Normal file
View File

@ -0,0 +1 @@
\v 15 \v 16 \v 17 15“ຖ້າທ່ານທັງ­ຫລາຍຮັກເຮົາ ທ່ານກໍຈະຖືຮັກ­ສາຂໍ້ບັນ­ຍັດຂອງເຮົາ. 16ຝ່າຍເຮົາຈະທູນຂໍພຣະ­ບິ­ດາ ແລະພຣະ­ອົງຈະຊົງປະ­ທານຜູ້ຊ່ອຍອີກຜູ້ໜຶ່ງໃຫ້ແກ່ພວກທ່ານ ເພື່ອຈະຢູ່ກັບພວກທ່ານຕະ­ຫລອດໄປເປັນ­ນິດ, 17ຄືພຣະ­ວິນ­ຍານແຫ່ງຄວາມຈິງ ຊຶ່ງໂລກບໍ່ອາດຈະຮັບໄດ້ເພາະໂລກບໍ່ເຫັນແລະບໍ່ຮູ້­ຈັກພຣະ­ອົງ ແຕ່ທ່ານທັງ­ຫລາຍຮູ້­ຈັກພຣະ­ອົງ ເພາະພຣະ­ອົງຊົງສະ­ຖິດຢູ່ກັບພວກທ່ານ ແລະຈະປະ­ທັບຢູ່ໃນພວກທ່ານ.

1
14/18.txt Normal file
View File

@ -0,0 +1 @@
\v 18 \v 19 \v 20 18“ເຮົາຈະບໍ່ປະຖິ້ມທ່ານທັງ­ຫລາຍໄວ້ໃນເປັນກຳ­ພ້າ ເຮົາຈະມາຫາພວກທ່ານ. 19ອີກໜ້ອຍໜຶ່ງໂລກຈະບໍ່ເຫັນເຮົາແຕ່ພວກທ່ານຈະເຫັນເຮົາ ເພາະເຮົາເປັນຢູ່ທ່ານທັງ­ຫລາຍກໍຈະເປັນຢູ່ເໝືອນກັນ. 20ໃນວັນນັ້ນທ່ານຈະຮູ້ວ່າເຮົາຢູ່ໃນພຣະ­ບິ­ດາຂອງເຮົາ ແລະພວກທ່ານຢູ່ໃນເຮົາ ແລະເຮົາຢູ່ໃນພວກທ່ານ.

1
14/21.txt Normal file
View File

@ -0,0 +1 @@
\v 21 \v 22 21ຜູ້ທີ່ມີຂໍ້ບັນ­ຍັດຂອງເຮົາແລະຖືຂໍ້ບັນ­ຍັດນັ້ນ ຜູ້ນັ້ນແຫລະ, ເປັນຜູ້ທີ່ຮັກເຮົາ ແລ້ວຜູ້ທີ່ຮັກເຮົາພຣະ­ບິ­ດາຂອງເຮົາຈະຊົງຮັກຜູ້ນັ້ນ ແລະຝ່າຍເຮົາຈະຮັກຜູ້ນັ້ນ ພ້ອມທັງຈະສະ­ແດງຕົວເຮົາໃຫ້ແກ່ຜູ້ນັ້ນ.” 22ຢູ­ດາ (ບໍ່ແມ່ນອິ­ສະ­ກາ­ຣີ­ອົດ) ທູນພຣະ­ອົງວ່າ, “ນາຍເຈົ້າເອີຍ, ເປັນດ້ວຍເຫດໃດທ່ານຈຶ່ງສະ­ແດງຕົວໃຫ້ປະ­ກົດແກ່ພວກຂ້າ­ນ້ອຍ ແຕ່ບໍ່ໃຫ້ປະ­ກົດແກ່ໂລກ.”